ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-26 20:51:13    
ສິງ​ກະ​ໂປ​ຕົກ​ລົງ​ຈະ​ສ້າງ​ກອງ​ທຶນ​ການ​ແລກ​ປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ສິງ​ກະ​ໂປ-ອາ​ຊຽນ

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 26 ​ເມສາ​ນີ້,ທ່ານ​ລີ​ສຽນ​ລູງ ນາຍົກ​ລັດ​ຖະມົນ​ຕີ​ສິງກະ​ໂປກ່າວ​ວ່າ,ລັດຖະ​ບານ​ສິງກະ​ໂປ​ຕົກລົງ​ຈະ​ເບີກ​ເງິນ​ປະ​ມານ 3 ລ້ານ 3 ​ແສນ​ໂດ​ລາເພື່ອ​ສ້າງ​ກອງ​ທຶນ​ຊາວ​ໜຸ່ມ​ສິງກະ​ໂປ-ອາ​ຊຽນ​ແລະ​ຊຸກຍູ້​ການ​ແລກ​ປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.ທ່ານ​ກ່າວ​ວ່າ,ຊາວ​ໜຸ່ມ​ຂອງ​ປະ​ເທ​ດອາ​ຊຽນ​ຄວນ​ເລີ່​ມ​ເຄື່ອນ​ໄຫວ​ໃນ​ດຽວ​ນີ້,ຄວນຮູ້​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ,​ເພາະວ່າ,ເຂົາ​ເຈົ້າ​ຈະ​ເປັນ​ຜູ້​ພາຍ​ເຮືອ​ຂອງອາ​ຊຽນ​ໃນ​ອະນາ​ຄົດ,​ແລະ​ຕ້ອງຮັບປະກັນ​ຖານະ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ຢູ່​ໃນ​ໂລກ.

ທ່ານ​ລີ​ສຽນ​ລູງ​ແມ່ນ​ປະ​ກາດ​ການ​ຕົກລົງ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ລະດັບ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນຫາ​ຊາວ​ໜຸ່ມ​ອາ​ຊຽນຄັ້ງ​ທີ 5 ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ລັດຖະບານ​ທີ່​ຮັບຜິດ​ຊອບ​ວຽກ​ງານ​ຊາວ​ໜຸ່ມ​ແລະ​ຜູ້​ຮັບຜິດ​ຊອບ​ຂອງ​ອົງການ​ຊາວ​ໜຸ່ມຂອງ 10 ປະ​ເທ​ດອາ​ຊຽນ​ແລະ​ຈີນ ຍີ່ປຸ່ນ ສ.​ເກົາຫຼີ,ປະມານ 150 ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເທື່ອ​ນີ້.