ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-26 20:57:12    
ມຽນ​ມາ​ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ສ.ປ.ປ.​ເກົາຫຼີ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 26 ​ເມສາ​ນີ້,ມຽນມາ​ກັບສ.ປ.ປ.​ເກົາຫຼີ​ໄດ້​ຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ທີ່​​ໄດ້ຂາດສະບັ້ນໄປ​ເກືອບ 24 ປີ.

ວັນ​ທີ 26 ​ເມສາ​ນີ້,ຢູ່​ຢາງ​ກຸງ,ທ່ານ​ອູ​ຄໍ​ຕູ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ​ໄດ້​ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ກິມຢົງ​ອິນ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສ.ປ.ປ.​ເກົາ​ຫຼີ​ທີ່​ໄປ​ຢ້ຽມຢາມ,ຫຼັງ​ການ​ພົບ​ປະ​ເຈລະຈາ,ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ຟື້ນ​ຟູ​ການພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.

ມື້​ດຽວ​ກັນ,ຢູ່​ປັກ​ກິ່ງ,ທ່ານ​ລີ​ວຈ້ຽນຊ່າວ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ສ.ປ.ປ.​ເກົາຫຼີ​ກັບ​ມຽນມາ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ຂອງ​ຈີນ,ຝ່າຍ​ຈີນ​ຍິນ​ດີ​ທີ່​ສຸດ​ທີ່​ໄດ້​ເຫັນ​ແລະ​ຊົມ​ເຊີຍ​ສອງ​ປະ​ເທດປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ໃຫ້​ດີ​ຂຶ້ນ.