ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-27 16:14:49    
ສະ​ພາ​ສູງ​ອາ​ເມ​ລິ​ກາ​ຮັບ​ຮອງ​ມະ​ຕິ​ຈ່າຍ​ງົບ​ປະ​ມານ​ທີ່​ມີ​ເນື້ອ​ໃນ​ໃຫ້​ຖອນ​ທະ​ຫານ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ26​ເມ​ສາ​ນີ້,ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ມະ​ຕິ​ຕອບ​ສະ​ໜອງ​ງົບ​ປະ​ມານ​​ໃຫ້​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ສະ​ບັບ​ໜຶ່ງ,​ໄດ້​ວາງ​ຕາ​ລາ​ເວ​ລາ​ໃຫ້​ທະ​ຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອີ​ຣັກ​.

ໃນ​ວັນ​ທີ26​ເມສາ​ນີ້,ສະພາ​ສູງ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ມະ​ຕິ​ສະ​ບັບ​ນີ້​ດ້ວຍ​ຄະ​ແນນ​51​ຕໍ່​46,​ຮຽກ​ຮ້ອງ​ໃຫ້​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ເລີ່ມ​ຖອນ​ທະ​ຫານ​​ໃນວັນ​ທີ1​ຕຸ​ລາ​ປີ​ນີ້,​ຖ້າ​ວ່າ​ລັດ​ຖະ​ບານ​ອີ​ຣັກ​ບໍ່​ໄດ້​ບັນ​ລຸ​ບາງ​ເປົ້າ​ໝາຍ​ທີ່​ໄດ້​ກຳ​ນົດ​ໄວ້​ແລ້ວ,​ເວ​ລາ​ຖອນ​ທະ​ຫານ​ຍັງ​ຈະ​​ໄວ​ກວ່າ​ນີ້​ອີກ.

​ໃນ​ວັນ​ທີ25​​ເມສາ​,ຍັດຕິ​ສະບັບ​ນີ້​ໄດ້​ຖືກ​ຮັບ​ຮອງ​ໃນ​ສະ​ພາ​ຕ່ຳ,​ຈະ​ຍື່ນ​ໃຫ້​ທ່ານ​ຈັອດ ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່ອນ​ວັນ​ອັງ​ຄານ​ໜ້າ.​ທ່ານ​ບຸສ​ໄດ້​ກ່າວ​ຫຼາຍ​ເທື່ອ​ວ່າ ຈະ​ຢັບ​ຢັ້ງ​ທຸກ​ຍັດ​ຕິ​ຈະ​ຈ່າຍ​ງົບ​ປະ​ມານ​ທີ່​ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຖອນ​ທະ​ຫານ.