ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-27 16:52:38    
ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ເດ​ໂມ​ແຄຣັດ​ອາ​ເມ​ລິ​ກາ​ຄັດ​ຄ້ານ​ນະ​ໂຍ​ບາຍ​ຕໍ່​ອີ​ຣັກ​ຂອງ​ທ່ານ​ບຸສ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ​ໃນ​ການ​ໂຕ້​ວາທີ​ທາງ​ໂທລະພາບ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ​ເມສາ​ນີ້, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງພັກ​​ເດ​ໂມ​ແຄຣັດ 8 ຄົນທີ່​ເຂົ້າ​ຮ່ວມ​ການ​ສະມັກ​ຮັບ​ເລືອກ​ຕັ້ງ​ປະທາ​ນາທິ​ບໍດີ​​ອາ​ເມ​ລິ​ກາປີ 2008 ປະກາດ​ວ່າ, ​ເຂົາ​ເຈົ້າ​ຄັດຄ້ານ​ນະ​ໂຍບາຍ​ຕໍ່​ອີຣັກ​ຂອງ​ລັດຖະບານ​ບຸ​ສ​ແລະ​ເຫັນ​ວ່າ, ສົງຄາມ​ອີຣັກ​ຮອດ​​ເວລາ​ທີ່​ຄວນ​ສິ້ນ​ສຸດ​ລົງ​ແລ້ວ.

ທ່ານ​ບິ​ວ ຣິຊາ​ຊັນ ​ເຈົ້າ​ຄອງ​ລັດນິວ​ແມັກ​ຊິກ​ກ່າວ​ວ່າ, ຖ້າ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​, ມື້​ທຳ​ອິດ​ທີ່​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ກໍ່​ຈະ​ຖອນ​ທະຫານ​ອອກ​ຈາກ​ອີຣັກດ້ວຍ​ວິທີ​ການ​ຕ່າງ​ປະ​ເທດ. ນາງ​ຮິຣາລີ ຄຼິງ​ຕັນ ສະມາຊິກ​ສະພາ​ສູງ​ລັດ​ນິວຢອກ​ກ່າວ​ວ່າ, ຖ້າ​ທ່ານ​ບຸ​ສບໍ່​ຖອນ​ທະຫານ, ​ເມື່ອ​ນາງໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທາ​ນາທິບໍດີ​ແລ້ວ​ກໍ່​ຈະ​ຖອນ​ທະຫານອາ​ເມລິ​ກາ​ອອກ.

ບໍລິສັດ​ກະຈາຍ​ສຽງ​ອາ​ເມ​ລິ​ກາຫຼື ABC ​ໄດ້​ຈັດການ​ໂຕ້​ວາທີ​ທາງ​ໂທລະພາບ​ເທື່ອ​ນີ້​ຢູ່​ມະຫາ​ວິທະຍາ​ໄລ​ແຫ່ງ​ລັດ​ເຊົາ ​ແຄ​ໂຣ​ໄລ​ນາ, ການ​ໂຕ້​ວາທີ​ໄດ້​ເວົ້າ​ເຖິງ​ບັນ​ຫາ​ຕ່າງໆ, ຄື: ບັນຫາ​ຂອງບືນ, ການ​ປິ່ນປົວ​​ເປັນ​ຕົ້ນ, ​ແຕ່​​ເລື່ອງ​ທີ່​ພົ້ນ​ເດັ່ນແມ່ນ​ບັນຫາ​ອີຣັກ.