ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-27 18:59:15    
ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ຈະ​ເຮັດ​ໃຫ້​ຈີນ​ແລະ​ປະ​ເທດ​​ໃກ້​ຄຽງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ທ່ອງ​ທ່ຽວ​ເຂົ້າ​ເມືອງ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 27 ​ເມສາ​ນີ້,ຢູ່​ປັກ​ກິ່ງ,ສະມາ​ຄົມ​ການທ່ອງ​ທ່ຽວ​ປາຊີ​ຟິກ​ອາຊີ​ຫຼື PATA ເຊິ່ງ​ເປັນ​ອົງການ​ທ່ອງ​ທ່ຽວ​ທີ່​ຊົງ​ອິດ​ທິພົນ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​​ແລະ​ອົງ​ການ​ຈັດ​ຕັ້ງ​ສາກົນ Visa ​ໄດ້​ປະກາດ​ບົດ​ລາຍ​ງານ​ສຳ​ຫຼວດສະບັບ​ໜຶ່ງ,​ໂດຍຂຽນ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ບໍ່​ພຽງ​ແຕ່​ຈະດູດ​ດຶງ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ປັກ​ກິ່ງ​ເທົ່າ​ນັ້ນ,ພ້ອມ​ກັນ​ນັ້ນ,ຍັງ​ຈະດຶງ​ດູດເອົາ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​ເກົ່າ​ມາທ່ຽວແຫ່ງ​ອື່ນໆ​ຂອງ​ຈີນ​ຈົນ​ຮອດ​ປະ​ເທດ​ແລະ​ເຂດ​ແຄວ້ນອ້ອມ​ຂ້າງອີກ​ດ້ວຍ.

ການ​ສຳ​ຫຼວດດັ່ງກ່າວ​ແມ່ນ​ດຳ​ເນີນ​ຢູ່​ໃນ 10 ປະ​ເທດ​​ເຊັ່ນ​ອົສຕຼາລີ ​ເຢຍລະ​ມັນ ຍີ່ປຸ່ນ ສ.​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ເປັນ​ຕົ້ນ​ດ້ວຍຮູບ​ການ​ຕັ້ງ​ຄຳ​ຖາມ​ໃນ​ອິນ​ເຕີ​ເນັດ.ຜົນການສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ,​ໃນຜູ້​ທີ່​ຢາກ​ມາເບິ່ງ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ຢູ່​ປັກ​ກິ່ງຂອງ​ຈີນ​ນັ້ນ,ເກືອບ 90% ມີ​ແຜນ​ໃຊ້​ເວລາດົນ​ກວ່າ​​ໄປ​ທ່ຽວ​ແຫ່ງ​ອື່ນໆ​ຂອງ​ຈີນ.ພ້ອມ​ກັນ​ນັ້ນ,ມີ​ຜູ້​​ຖືກ​ສຳ​ຫຼວດ 3/4 ​ເວົ້າ​ວ່າ,ຍັງ​ຈະ​ໄປ​ທ່ຽວ​ຢູ່​​ເຂດອື່ນ​ຂອງ​ອາຊີ.