ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-27 19:58:35    
ຕົວ​ເລກ​ດັດ​ຊະ​ນີ​ຄວາມ​ໝັ້ນ​ໃຈ​ຕໍ່ລະ​ບອບ"ປະ​ເທດ​ດຽວ​ສອງ​ລະ​ບອບ"ຂອງ​ຊາວ​ຮົງ​ກົງ​ສ້າງ​ສະ​ຖິຕິ​ໃໝ່​ໃນ​ປະ​ຫວັດ​ສາດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ການ​ສຳ​ຫຼວດປະຊາ​ມະຕິ​ສະບັບຫຼ້າ​ສຸດຂອງ​ຮົງ​ກົງ​ສະ​ແດງ​ໃຫ້​ເຫັນ​ວ່າ,ຕົວ​ເລກ​ດັດຊະ​ນີຄວາມ​ໝັ້ນ​ໃຈ​ຫຼາຍ​ລາຍ​ຂອງຊາວຮົງ​ກົງ​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ປະຫວັດສາດ,​ໃນ​ນັ້ນ,ຄວາມ​ໝັ້ນ​ໃຈ​ຕໍ່​ລະບອບ"ປະ​ເທດ​ດຽວ​ສອງ​ລະບອບ"​ໄດ້​​ເພີ່ມ​ຂຶ້ນ 10% ຄື​ສູງເຖິງ 78%,​ໄດ້ສ້າງ​ສະຖິຕິ​ໃໝ່​ໃນ​ປະຫວັດສາດ​ແຕ່​ເລີ່​ມດຳ​ເນີນ​ການສຳ​ຫຼວດລາຍ​ນີ້ເມື່ອ​ປີ 1993 ​ເປັນ​ຕົ້ນມາ.

ຕາມ​ສື່​ມວນ​ຊົນ​ຮົງ​ກົງ​ລາຍ​ງານ​ວ່າ,ການ​ສຳ​ຫຼວດ​ດັ່ງກ່າວ​ແມ່ນອົງ​ການ​ຄົ້ນ​ຄວ້າ​ປະຊາ​ມະຕິ​ຂອງ​ມະຫາ​ວິ​ທະຍາ​ໄລ​ຮົງ​ກົງ​ຈັດ​ຂຶ້ນ​ແຕ່​ວັນ​ທີ 17 ​ຫາ 20 ເມສາ​ນີ້,​ໄດ້​ສຳ​ຫຼວດ​ຊາວຮົງ​ກົງ 1011 ຄົນ.ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ,ຊາວ​ຮົງ​ກົງ​ທີ່​ຖືກ​ສຳ​ຫຼວດ​ມີຄວາມ​ໝັ້ນ​ໃຈຕໍ່​ອະນາ​ຄົດ​ຂອງ​ປະ​ເທດ​ຊາດສູງ​ເຖິງ 89%,ຄວາມໝັ້ນ​ໃຈຕໍ່​ອະນາຄົດ​ຂອງ​ຮົງ​ກົງ​ກໍ່​ໄດ້​ບັນລຸ 81%,ສອງ​ຕົວ​ເລກ​ດັ່ງກ່າວ​ລ້ວນ​ແຕ່​ໄດ້​ສ້າງ​ສະຖິຕິ​ໃໝ່​ແຕ່​ຮົງ​ກົງກັບ​ຄືນ​ສູ່​ປະ​ເທດ​ຊາດ​ເມື່ອ 1997 ​ເປັນ​ຕົ້ນ​ມາ.