ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-28 18:11:44    
ທ່ານ​ອັບ​ບາສ​ເຈ​ລະ​ຈາ​ກັບ​ຜູ້​ນຳ​ການ​ເມືອງ​ຂອງ​ອົງ​ການ​ຮາ​ມາສ​ຢູ່​ເລີ​ແກ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ27​ເມສາ​ນີ້,ຢູ່​ເລີ​ແກ,ທ່ານ​ມາຣມຸດ ອັບບາສ ປະທານ​ອົງການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັດ​ສະ​ຕິນ​ທີ່​ພວມ​ຢ້ຽມ​ຢາມ​ຢູ່​ເອ​ຢິບ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ຄາ​ລິດ ​ເມ​ຊາ​ອານ ຜູ້​ນຳ​ການ​ເມືອງ​ຂອງ​ຂະ​ບວນ​ການ​ອິສ​ລາມ​ຕໍ່​ຕ້ານ​ຂອງ​ປາ​ເລັດ​ສະ​ຕິນ ຫຼື​ຮາ​ມາສ,​ນີ້​ແມ່ນ​ການ​ເຈ​ລະ​ຈາ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ສອງ​ຝ່າຍ​​ແຕ່​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ປາ​ເລັດ​ສະ​ຕິນ​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້.

ສອງ​ຝ່າຍ​ກ່າວ​ວ່າ,ຈະ​ສືບ​ຕໍ່​ໂຄລົບ​ສັນຍາ​ເມັກກາ​ທີ່​ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັດ​ສະ​ຕິນ​ຫຼື​ອານ​ຟາ​ຕາ​ທີ່​ນຳ​ໂດຍ​ທ່ານ​ອັບ​ບາສ​ເຊັນ​ກັບ​ອົງ​ການ​ຮາ​ມາສ​ໃນ​ເດືອນ​ກຸມ​ພາ​ປີ​ນີ້,​ທຳ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ບັນ​ລຸ​ການ​ຢຸດ​ຍິງ​ກັບ​ອິດ​ສະ​ລະ​ແອນ,​ແລະ​ຈະ​​ຂະ​ຫຍາຍ​ຂອບ​ເຂດ​ຢຸດ​ຍິງ​​ໄປ​ຮອດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.