ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-02 17:24:07    
ທ່ານ​ບຸສ​ຢັບ​ຢັ້ງ​ຍັດ​ຕິ​ເບີກ​ເງິນ​ສົງ​ຄາມ​ໂດຍ​ດ່ວນ​ທີ່​ມີ​ຕະ​ລາງ​ເວລາ​ຖອນ​ທະ​ຫານ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 1 ພຶດສະພາ, ທ່ານ​ບຸສ ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ໄດ້​ຢັບຢັ້ງ​ຍັດຕິ​ເບີກ​ເງິນ​ສົງຄາມ​ໂດຍດ່ວນ​ທີ່​ມີ​ຕະລາງ​ເວລາ​ຖອນ​ທະຫານ​ອາ​ເມ​ລິ​ກາ​ອອກ​ຈາກ​ອີຣັກ, ນີ້​ແມ່ນ​ເທື່ອ​ທີ 2 ທີ່​ທ່ານ​ໃຊ້​ສິດ​ຢັບຢັ້ງ​ແຕ່​ທ່ານ​ດຳ​ລົງຕຳ​ແໜ່ງ​ເປັນ​ປະທາ​ນາ​ທິ​ບໍດີ​ເປັນ​ຕົ້ນມາ.

ມື້​ດຽວ​ກັນ, ທ່ານ​ບຸ​ສກ່າວ​ວ່າ, ຍັດຕິ​ສະບັບ​ນີ້​ໄດ້​ວາງ​ເວລາ​ຖອນ​ທະຫານ​ອອກ​ຈາກ​ອີຣັກ​ທີ່​ຕາຍ​ຕົວ. ທ່ານ​ກ່າ​ວວ່າ, ການວາງ​ຕະລາງ​ເວລາ​ຖອນ​ທະຫານ, ບອກ​ສັດຕູ​ວ່າຕົວ​ເອງ​ຈະ​​ເລີ່ມຖອນ​ທະຫານ​​ໃນເວລາ​ໃດ, ຈະ​ເຮັດ​ໃຫ້​ກອງ​ທະຫານ​ວຸ້ນວາຍ, ຕ້ອງ​ຢັບຢັ້ງ.

​ເມື່ອ​ທ່ານ​ບຸ​ສຢັບຢັ້ງ​ຍັດຕິ​ດັ່ງກ່າວ​ແລ້ວ, ສະພາ​ຕ່ຳ​ແລະ​ສະພາ​ສູງ​ຈະ​ຕ່າງ​ຕ້ອງ​ການ​ມີ​ບັດ​​ເຫັນ​ດີ​ 2 ສ່ວນ 3 ຜ່ານ​ຍັດຕິ​ສະບັບ​ນີ້, ຈື່ງ​ສາມາດ​ໂຄ່ນ​ລົ້ມ​ການ​ຢັບຢັ້ງ​ຂອງ​ທ່ານ​ບຸ​ສ​ໄດ້. ຍ້ອນ​ພັກ​ປະຊາ​ທິປະ​ໄຕ​ບໍ່​ມີ​ບ່ອນ​ນັ່ງ​ສ່ວນ​ຫຼາຍ​ໃນ​ສອງ​ສະພາ​, ສະ​ນັ້ນ​ຢາກ​ໂຄ່ນ​ລົ້ມ​ການ​ຢັບຢັ້ງ​ຂອງ​ທ່ານ​ບຸ​ສ​ແມ່ນ​ຍາກ​ຫຼາຍ. ພາຍ​ໃຕ້​ສະພາບ​ການ​ແນວ​ນີ້, ລັດຖະ​ສະພາ​ຕ້ອງ​ວາງ​ຍັດຕິ​​ເບີກ​ເງິນ​ສະບັບ​ໃໝ່​, ​ເມື່ອ​ອະພິປາຍ​ແລະ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ແລ້ວ​, ຈຶ່ງ​ມອບ​ໃຫ້​ປະທາ​ນາ​ທິບໍດີ​​​ລົງ​ນາມ​ອີກ.