ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-02 19:30:42    
ສະ​ພາບ​ຄວາມ​ວຸ້ນ​ວາຍ​ຂອງ​ອີ​ຣັກ​ຈະ​ບໍ່​ປ່ຽນ​ແປງ​ຍ້ອນ​ມັສ​ຣີ​ຕາຍ

cri Author: m
ວັນ​ທີ 1 ພຶດສະພາ​ນີ້, ກະຊວງ​ພາຍ​ໃນ​ຂອງ​ອີຣັກປະກາດ​ວ່າ, ມື້​ດຽວ​ກັນ, ອາ​ບູ ອັນ ມັສຣີ ຜູ້​ຮັບຜິດຊອບ​ອົງການ​ອານ​ເຄດາ​ຢູ່​ອີຣັກ​ເຊິ່ງ​ເປັນ​​ສາຂາຂອງ​ອົງການ​ອານ​ເຄດາ​ຢູ່​ອີຣັກຖືກ​ຍິງ​ຕາຍ​ຢູ່​ພາກ​ເໜືອ​​ແບັກ​​ແດດ. ກ່ຽວ​ກັບ​ເລື່ອງ​ນີ້, ຜູ້​ເຫັນ​ໄປ​ໃນ​ແງ່​ດີ​ຊີ້​ອອກ​ວ່າ, ນີ້​​ແມ່ນ​ການ​ຫຼົ້ມ​​ແຫຼວອີກ​ເທື່ອ​ໜຶ່ງທີ່​ອົງການ​ດັ່ງກ່າວ​ປະສົບຫຼັງຈາກ​ຈາ​ຄາວີ​ຜູ້ນຳ​ຂອງ​ເຂົາຖືກ​ຍິງ​ຕາຍ​ໃນ​ປີ​ກາຍ​ນີ້​, ​​ຈະ​ບັ່ນ​ທອນ​ຄວາມ​ສາມາດ​​​​ເຄື່ອນ​ໄຫວ​ຂອງ​ອົງການ​ດັ່ງກ່າວ​ຢ່າງ​ຫຼວງຫຼາຍ. ​ແຕ່​ວ່າ, ບຸກຄົນ​ວິ​ເຄາະ​ເຫັນ​ວ່າ, ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກບໍ່ຫ່ອນ​ຈະ​ມີ​ການ​ປ່ຽນ​ແປງ​ທາດ​ແທ້​ຫຍັງ​ຍ້ອນ​ເລື່ອ​ງນີ້.

ມັສຣີ​ແມ່ນ​ຊາວ​ເອຢິບ, ​ເມື່ອ​ສົງຄາມ​ອີຣັກ​ເກີດ​ຂຶ້ນ​ແລ້ວ, ​ເຂົາ​ໄດ້​ຕິດຕາມ​ຈາ​ຄາວີເຂົ້າ​ອີຣັກ, ກາຍ​ເປັນ​ຜູ້​ຊ່ອຍ​ທີ່​ເກັ່ງ​ກວ່າ​ໝູ່​ຂອງ​ຈາ​ຄາວີ, ​ແລະ​ໄດ້​ກາຍ​ເປັນ​ຜູ້ນຳ​ຂອງ​ອົງການ​ອານ​ເຄດາ​ຢູ່​ອີຣັກຫຼັງຈາກ​ຈາ​ຄາວີ​ຖືກ​ທະຫານ​ອາ​ເມ​ລິ​ກາຖິ້ມ​ລະເບີດຕາຍ. ທະຫານ​ອາເມລິກາ​ປະຈຳ​ອີຣັກ​ເຄີຍ​ໃຫ້​ເງິນ​ລາງວັນ 5 ລ້ານ​​ໂດ​ລາ​​ເພື່ອຈັບ​ມັສຣີ.

ຂ່າວ​ຕາຍ​ຂອງມັສຣີທຳ​ອິດ​​ແມ່ນ​ກະຊວງ​ພາຍ​ໃນ​ອີຣັກປະກາດ​ຕໍ່​ສື່​ມວນ​ຊົນ​ໃນວັນ​ທີ 1 ພຶດສະພາ​ນີ້. ຕາມ​ຊາບ​ວ່າ​, ມັສຣີ​ແມ່ນ​ຖືກ​ຍິງ​ຕາຍ​ໃນ​ການ​ປະ​ທະ​ກັນ​ພາຍ​ໃນ​ຂອງ​ພວກ​ປະກອບ​ອາວຸດ​ເທື່ອ​ໜຶ່ງ. ​ແຕ່​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກບໍ່​ໄດ້​ຢືນຢັນວ່າ​ມັສຣີຕາຍ​ແລ້ວ.

ພ້ອມ​ກັນ​ນັ້ນ, ທາງ​ອິນ​ເຕີ​ເນັດ​ໄດ້​ປະກົດ​ມີ​ຖະ​ແຫຼງການ​ທີ່​ປະກາດ​​ໃນ​ນາມ​ "ປະ​ເທດ​ອິສຣາມ​ອີຣັກ", ຖະ​ແຫຼງກາ​ນປະ​ຕິ​ເສດ​ບໍ່​ຮັບຮອງ​ວ່າ​ມັສຣີຕາຍ​ແລ້ວ. ຖະ​ແຫຼງການ​ກ່າວ​ວ່າ, ປະຈຸ​ບັນ, ມັສຣີ​ແມ່ນ​ປອດ​ໄພ​ແລະ​ມີ​ສຸຂະພາບ​​ແຂງ​ແຮງ, ​ເຂົາ​ຍັງ​ຄົງບັນຊາ​ການ​ຕໍ່​ສູ້ຕ້ານ​ສັດຕູຢູ່.

ສິ່ງ​ທີ່​ຄວນ​ເ​ວົ້າ​ເຖິງ​ແມ່ນ, ​ໃນ​ເດືອນ​ຕຸລາ​ປີກາຍນີ້​ແລະ​ເດືອນ​ກຸມພາ​ປີນີ້, ລ້ວນ​ແຕ່​ເຄີຍ​ມີ​ຂ່າວກ່າວ​ວ່າ, ມັສຣີຖືກ​ຍິງ​ຕາຍ​ແລ້ວ, ​ແຕ່​ຕໍ່​ມາ, ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ລັດຖະບານ​ອີຣັກ​ລ້ວນ​ແຕ່ປະກາດ​ວ່າ, ມັສຣີຍັງ​ມີ​ຊີວິດ​ຢູ່. ​ເທື່ອ​ນີ້, ມັສຣີ​ຕາຍ​ແທ້ຫຼືບໍ່, ຍັງ​ບໍ່​ທັນ​ຮູ້​ແຈ້ງ​ເທື່ອ.

ແຕ່​ວ່າ, ນັກວິ​ເຄາະ​ຊີ້​ອອກ​ວ່າ, ມັສຣີຕາຍ​ແລ້ວຫຼືບໍ່​ນັ້ນ​ມັນບໍ່​ສຳຄັນ. ເຖິງ​ແມ່ນ​ວ່າ​​ເທື່ອ​ນີ້​ລາວ​ຕາຍ​ແລ້ວ, ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກທີ່​ນັບ​ມື້​ນັບ​ຊຸດ​ຮ້າຍ​ລົງ​ກໍ່​ບໍ່ຫ່ອນ​ຈະ​ຜ່ອນຍານ.
ກ່ອນ​ອື່ນ, ຄື​ກັນ​ກັບ​ຈາ​ຄາວີ, ​ເຖິງ​ວ່າມັສຣີຕາຍ​ແລ້ວ, ກໍ່​ບໍ່​ໝາຍ​ຄວາມ​ວ່າ "ອົງການ​ອານ​ເຄດາ​ຢູ່ອີ​ຣັກ" ​ໄດ້ຖືກ​ດັບ​ສູນ​ແລ້ວ, ອົງການ​ນີ້​ຈະ​ແຕ່ງ​ຕັ້ງ​ຜູ້ນຳ​ຜູ້ໃໝ່. ກໍ່​ຄື​ທ່ານຣິອັນ ​ໂຄຼ​ເຄິ ​ເອກ​ອັກ​ຄະ​ລັດຖະທູດອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເວົ້ານັ້ນ​ວ່າ, ​ເຖິງ​ວ່າ​ມັສຣີຕາຍ​ແລ້ວ, ການ​ເຄື່ອນ​ໄຫວ​ຂອງ​ອົງການ​ອານ​ເຄດາຢູ່​ອີຣັກກໍ່​​ເດັດຂາດຈະ​ບໍ່​ຢຸດຕິລົງ.

ສອງ, ປະຈຸ​ບັນ, ນອກຈາກ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຫົວ​ຈັດ​ເຊັ່ນອົງການ​ອານ​ເຄດາ​ຢູ່​ອີຣັກໜັກ​ໜ່ວງ​ຂຶ້ນ​ແລ້ວ, ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ສາສະໜາ​ຕ່າ​ງໆ​ຂອງ​ອີຣັກກໍ່​ກຳລັງ​ເລື່ອນ​ຂັ້ນ, ນີ້​ແມ່ນ​ປັດ​ໄຈ​ອັນ​ສຳຄັນ​ອີກອັນ​ໜຶ່ງ​ທີ່​ເຮັດ​ໃຫ້​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກນັບ​ມື້​ນັບ​ຊຸດ​ຮ້າຍ​ລົງ. ສະ​ນັ້ນ, ​ເຖິງ​ວ່າການ​ເຄື່ອນ​ໄຫວ​ຂອງ​ອົງການ​ຫົວ​ຈັດ​​ໄດ້ຫຼຸ​ດໜ້ອຍ​ລົງຫຼືຢຸດ​ຕິ​ລົງ​​ໃນ​ຊົ່ວຄາວ, ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ສາສະໜາ​ຕ່າງ​ໆ​ຂອງ​ອີຣັກກໍ່​ບໍ່ຫ່ອນຈະ​ສິ້ນ​ສຸດ​ລົງ. ການ​ຕາຍ​ຂອງ​ມັສຣີຈະປ່ຽນ​ແປງ​ສະພາບ​ຕົວ​ຈິງ​ນີ້​ບໍ່​ໄດ້.

ນອກ​ນັ້ນ, ​ກອງ​ທະຫານ​ຕ່າງ​ປະ​ເທດ​ປະຈຳ​ຢູ່​ອີຣັກແມ່ນ​ສາ​ເຫດ​ອັນ​ສຳຄັນ​ອີກ​ອັນ​ໜຶ່ງ​ຂອງ​ສະພາບ​ຄວາມວຸ້ນວາຍ​ຂອງ​ອີຣັກ​ໃນ​ປະຈຸ​ບັນ, ສະ​ນັ້ນ, ທະ​ແນມ​ແຕ່​ທະຫານ​ຕ່າງປະ​ເທດ​ສືບ​ຕໍ່​ປະຈຳ​ຢູ່​ອີຣັກ, ສະຖາ​ນະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກກໍ່​ບໍ່ຫ່ອນ​ຈະ​ດີ​ຂຶ້ນຢ່າງ​ເດັ່ນ​ຊັດ.

ສາມາດ​ເຫັນ​ໄດ້​ວ່າ, ​ມັສຣີຕາຍ​ແລ້ວ​ຫຼື​ຍັງ​ມີ​ຊີວິດ​ຢູ່ກໍ່​ບໍ່ຫ່ອນ​ຈະ​ກະທົບກະ​ເທືອ​ນ​ເຖິງ​ສະພາບ​ການ​​ໃຫຍ່​ຂອງ​ອີຣັກ, ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ຍັງ​ເຫັນ​​ໄປ​ໃນ​ແງ່​ດີ​ບໍ່​ໄດ້.