ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-02 20:00:17    
ອີ​ຣັກ​ກ່າວ​ວ່າ ຜູ້​ນຳ​ອົງ​ການ​ອານ​ເຄ​ດາ​ສາ​ຂາ​ອີ​ຣັກ​ຖືກ​ຍິງ​ຕາຍ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 1 ພຶດສະພາ, ກະຊວງ​ພາຍ​ໃນ​ອີຣັກປະກາດ​ວ່າ, ມື້​ດຽວ​ກັນ, ອາ​ບູ ອັນ ມາສຣີ ຜູ້​ນຳ​ອົງການ​ອານ​ເຄດາ​ສາຂາອີຣັກຖືກ​ຍິງ​ຕາຍ​ຢູ່​ພາກ​ເໜືອ​​ແບັກ​​ແດດ.

ຂ່າວ​ແຈ້ງວ່າ​, ອາ​ບູ ມາສຣີ​ຖືກ​ຍິງ​ຕາຍ​ໃນ​ການ​ປະ​ທະ​ກັນ​ພາຍ​ໃນ​ຂອງ​ພວກ​ປະກອບ​ອາວຸດທີ່​ເກີດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ​ແຕ່​ບໍ່​ໄດ້​ເປີດ​ເຜີຍ​ຂໍ້​ປີກ​ຍ່ອຍ​ທີ່​ກ່ຽວຂ້ອງ.

ນອກ​ນີ້, ຂ່າວ​ແຈ້ງ​ອີກ​ວ່າ​, ມື້​ດຽວ​ກັນ, ທ່ານຣີອັນ ​ໂຄຼ​ເຄິ ​ເອກ​ອັກ​ຄະ​ລັດຖະທູດ​ອ​າ​ເມ​ລິ​ກາ​ປະຈຳ​ອີຣັກກ່າ​ວວ່າ, ຖ້າ​ຂ່າວ​ນີ້​ແມ່ນ​ເລື່ອງຈິງ, ​​ນີ້​ຈະ​ແມ່ນ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ແລະ​ຕັ້ງໜ້າ​. ​ແຕ່​ພ້ອມ​ກັນ​ນັ້ນ, ທ່ານ​ກໍ່​ກ່າວ​ເນັ້ນ​ວ່າ, ​ເຖິງ​ວ່າ​ມາສຣີຖືກ​ຍິງ​ຕາຍ​, ການ​ເຄື່ອນ​ໄຫວ​ຂອງ​ອົງການ​ອານ​ເຄດາ​ຢູ່​ອີຣັກກໍ່​ບໍ່ຫ່ອນ​ຈະ​ຢຸດຕິ​ລົງ.