ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-03 20:04:01    
ທ່ານ​ໂອນ​ເມິ​ດ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ມາ​ຊິກ​ສະ​ພາ​ສ່ວນ​ຫຼາຍ​ຂອງ​ພັກ​ຕົນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 3 ພຶດສະພາ​ນີ້, ສື່​ມວນ​ຊົນ​ອິສຣາ​ແອນ​​ແຈ້ງ​ຂ່າວ​ວ່າ, ​ເຖິງ​ວ່າ​ທ່ານ​ໂອນ​ເມິ​ດ ນາຍົກ​ລັດຖະ​ມົນຕີ​ອິສຣາ​ແອນ​ປະ​ເຊີນ​ໜ້າ​ກັບ​ຄວາມກົດ​ດັນ​ທີ່​ຮຽກຮ້ອງ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່​ງຍ້ອນ​ການ​ປະ​ທະ​ກັນ​ລະຫວ່າງ​ອິສຣາ​ແອນ​ກັບ​ລີ​ບັງ​ໃນ​ປີ​ກາຍ​ນີ້, ​ແຕ່​ໃນ​ການ​ໂຕ້​ວາທີ​ອັນດຸ​ເດືອດ​ທີ່​ສະມາຊິກ​ສະພາ 29 ຄົນຂອງ​ພັກ​ກ້າວໜ້າ​ຕົ້ນ​ສັງກັດ​ຂອງ​ທ່ານ​ຈັດ​ຂຶ້ນ​ໃນ​ ​ວັນ​ທີ 2 ພຶດສະພາ​, ທ່ານ​ຍັງ​ໄດ້​ຮັບ​ການສະ​ໜັບສະ​ໜູນ​ຈາກ​ຄົນ​ຫຼວງຫຼາຍ. ​ໃນ​ຖ​ະ​ແຫຼງການ​ສະບັບ​ໜຶ່ງ​ທີ່​ປະກາດ​ຫຼັງການ​ໂຕ້​ວາທີ, ສະມາຊິກ​ສະພາ​ຂອງ​ພັກ​ດັ່ງກ່າວ​ນີ້​ກ່າວ​ວ່າ, ​ເຂົາ​ເຈົ້າ​ເດັດດ່ຽວ​ສະໜັບ​ສະໜູນ​ລັດຖະບານ​ຊຸດ​ນີ້​ແລະ​ນາຍົກ​ລັດຖະມົນຕີ​ໂອນ​ເມິດ.

ແຕ່ມື້​ດຽວ​ກັນ, ທ່ານ​ຄາ​ດີ​ມາ ປະທານ​ສະຫະພັນ​ຄອງ​ອຳນາດ​ສະພາ​ອິສຣາ​ແອນ, ສະມາຊິກ​ສະພາ​ຂອງ​ພັກ​ກ້າວໜ້າ​ໄດ້​ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ນາຍົກ​ລັດຖະ​ມົນຕີ​ໂອນ​ເມິ​ດລາ​ອອກ​ຈາກ​ຕຳ​ແໜ່​ງ.