ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-04 16:56:06    
ກອງ​ປະຊຸມ "ສັນຍາ​ສາ​ກົນ​ອີຣັກ" ອັດ​ລົງ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 3 ພຶດສະພາ​ນີ້, ​ເມື່ອ​ໄດ້​ພິຈາລະນາ​ແລະ​ຜ່ານ​ເອກະສານ​ສັນຍາ​ແລ້ວ, ກອງ​ປະຊຸມ​ລະດັບ​ລັດຖະມົນຕີ "ສັນຍາ​ສາກົນ​ອີຣັກ" ​ໄດ້​ອັດ​ລົງ​ຢູ່​ຊາມ ​ເອນເຊ​ອິກ​​ຂອງເອຢິບ. ນີ້​ໝາຍ​ເຖິງ​ສັນຍາ​ສາກົນ​ທີ່​ມີ​ຈຸດປະສົງ​ເພື່ອ​ຊຸກ​ຍູ້​ສັນຕິພາບ​ແລະ​ການ​ສ້າງສາ​ອີຣັກຄືນ​​ໃໝ່​ໄດ້​ເລີ່​ມຕົ້ນ​ຢ່າງ​ເປັນ​ທາງ​ການ.

​ໃນ​ຖານະ​ເປັນ​ຄຳ​ໝັ້ນ​ສັນຍາໃນ 5 ປີ​ພາຍ​ໜ້າທີ່​ລັດຖະບານ​ອີຣັກກັບ​ປະຊາ​ຄົມ​ໂລກ​ໃຫ້​ກັນ, ສັນຍາ​ນີ້​ຈະ​ຊ່ອຍ​ອີຣັກສ້າງ​ປະ​ເທດ​ປະຊາທິປະ​ໄຕ​ທີ່​ມີ​ຄວາມ​ປອດ​ໄພ​ແລະ​ເປັນ​ເອກະ​ພາບ​ກັນ​ບົນ​ພື້ນຖານ​ເສລີພາບ​ແລະ​ສະ​ເໝີ​ພາບ​, ຮັບປະກັນ​ປະຊາຊົນ​ອີຣັກ​ບັນລຸ​ສັນຕິພາບ,​ຄວາມ​ໝັ້ນ​ຄົງ​​ພັດທະນາ​​ແລະຈະ​ເລີ​ນຮຸ່ງ​ເຮືອງ. ​ໃນ​ໄລຍະ​ນີ້, ລັດຖະບານ​ອີຣັກຈະ​ປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ພາຍ​ໃຕ້​ການ​ຊ່ອຍ​ເຫຼືອຈາກ​ປະຊາ​ຄົມ​ໂລກ, ບັນ​ລຸ​ເປົ້າ​ໝາຍ​ໃນ​ດ້ານ​ຕ່າ​ງໆ, ​ເຊັ່ນ: ການ​ເມືອງ, ຄວາມ​ປອດ​ໄພ​, ສັງຄົມ​ແລະ​ເສດຖະກິດ​ເປັນ​ຕົ້ນ.

​ເອກະສານ​ທີ່​ຍາວ​ເຖິງ 40 ກວ່າ​ໜ້າ​ສະບັບ​ນີ້​ບໍ່​ໄດ້​ເວົ້າ​ເຖິງ​ຕາລາງ​ເວ​ລາ​ຖອນ​ທະຫານຂອງ​ກອງ​ທະຫານ​ຕ່າງປະ​ເທດ​ປະຈຳ​ອີຣັກ.

ຫຼັງກອງ​ປະຊຸມ, ທ່ານ​ບານ​ກີ​ມູນ, ​ເລຂາ​ທິ​ການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ປະກາດ​ວ່າ, ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຍົກ​ເວັ້ນ​ໜີ້ສິ້ນ 30 ຕື້​ໂດ​ລາ. ທ່ານ​ນູຣີ ອັນ ມາລີ​ຄີ ນາຍົກ​ລັດຖະ​ມົນຕີ​ອີຣັກ​ກ່າວ​ວ່າ, ກອງ​ປະ​ຊຸມ​ເທື່ອ​ນີ້​ແມ່ນ​​ເວລາ​ສຳຄັນ​ອັນ​ໜຶ່ງ​ໃນ​ປະຫວັດສາດ​ຂອງ​ອີຣັກ, ອີຣັກມີ​ຄວາມ​ສາມາດ​ຮັກສາ​ຄວາມ​ປອດ​ໄພ​ແລະ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປະ​ເທດ.