ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-06 19:13:17    
ທ່ານ​ຈິ່ນ​ເຢັນ​ຊິ້ງ​ຫວັງ​ໃຫ້​ຂ້ຽວ​ເລັ່ງ​ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເປັນ​ຫຼາຍ​ຝ່າຍ​ຂອງ "ຂໍ້​ລິ​ເລີ່ມ​ຊຽງ​ໃໝ່"

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 5 ພຶດສະພາ​ນີ້​, ຢູ່ກ​ຽວ​ໂຕ, ທ່ານ​ຈິ່ນ​ເຢັນ​ຊິ້ງ ລັດຖະ​ມົນຕີ​ກະຊວງ​ການ​ເງິນ​ຈີນ​ກ່າວ​ວ່າ, ຫວັງ​​ໃຫ້​ຝ່າຍ​ຕ່າງໆ​ຂ້ຽວ​ເລັ່ງ​ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເປັນ​ຫຼາຍ​ຝ່າຍ​ຂອງ "ຂໍ້​ລິ​ເລີ່​ມຊຽງ​ໃໝ່".

​ໃນ​​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຫຼັງກອງ​ປະຊຸມ​ລັດຖະມົນຕີ​ອາຊຽນ​ກັບ​ຈີນ, ຍີ່​ປຸ່ນ, ​​ແລະສ.​ເກົາຫຼີຄັ້ງ​ທີ 10 ທີ່​ສິ້ນ​ສຸດ​ລົງ​ໃນ​ມື້​ດຽວ​ກັນ, ທ່ານ​ຈິ່ນ​ເຢັນ​ຊິ້ງ​​ເວົ້າ​ວ່າ, ​ໃນ 10 ປີ​ທີ່​ກົນ​ໄກ​ຮ່ວມ​ມື 10 ບວກ 3 ສ້າງ​ຂຶ້ນ, "10 ບວກ 3" ​ໄດ້​ກາຍ​ເປັນ​ເຂດ​ໜຶ່ງ​ທີ່​ມີ​ຊີວິດ​ຊີວາ​ຫຼາຍ​ກວ່າ​ໝູ່​ໃນ​ທົ່ວ​ໂລກ, ໝາກຜົນ​ຕັ້ງໜ້າ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ກໍ່​ແມ່ນ​ຝ່າຍ​ຕ່າງໆ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວກັບ​ການ​ຊຸກ​ຍູ້​ຂະ​ບວນການ​ຫັນ​ເປັນ​ຫຼາຍ​ຝ່າຍ​ຂອງ "ຂໍ້​ລິ​ເລີ່​ມຊຽງ​ໃໝ່". ທ່ານ​ຈິ່ນ​ເຢັນ​ຊິ້ງຊີ້​ອອກ​ວ່າ, ການ​ຊຸກ​ຍູ້ການ​ຫັນ​ເປັນ​ຫຼາຍ​ຝ່າຍ​ຂອງ "ຂໍ້​ລິ​ເລີ່​ມຊຽງ​ໃໝ່" ມີ​ຄວາມ​ໝາຍ​ສຳຄັນຫຼາຍ​ຕໍ່​ອາຊີ, ການສ້າງ​ຄັງ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ທີ່​ມີ​ກົດໝາຍ​ຈຳກັດ, ​ໃຫ້​ບັນດາ​ປະ​ເທດ​ຄຸ້ມ​ຄອງ​​ເອົາ​ເອງ​ໃນ​ເວລາ​ປົກກະຕິ, ຕາບ​ໃດ​ປະກົດ​ມີ​ວິ​ກິດ​ການ​ແລະ​ຄວາມ​ສ່ຽງ, ກໍ່​ໃຫ້​ບັນດາ​ປະ​ເທດ​ຮ່ວມ​ກັນ​ຄຸ້ມ​ຄອງ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ.