ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-08 17:32:18    
ການ​ກວດ​ສອບ​ແລະ​ຊົມ​ເຄື່ອງ​ວິ​ຈິດ​ຕະ​ກຳ​ກາຍ​ເປັນ​ຄວາມ​ນິ​ຍົມ​ໃໝ່​ໃນ​ຍາມ​ພັກ​ຂອງ​ຄົນ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ສັບປະດາຄຳທີ່ຫາ​ກໍ່​ຜ່ານ​ມາ​ຄື​ການ​ພັກ​ຍາວ​ໃນ​ວັນ​ກຳມະກອນ​ສາກົນຂອງ​ຈີນ​,ຄົນ​ຈີນ​ໄດ້​ພັກຜ່ອນ​ຢ່ອນ​ອາລົມ​ດ້ວຍ​ຫຼາຍ​ວິທີ,​ໃນ​ນັ້ນ,​ການ​ກວດ​ສອບ​ແລະ​ຊົມ​ເຄື່ອງ​ວິ​ຈິດ​ຕະ​ກຳ​ພວມ​ກາຍ​ເປັນ​ຄວາມ​ນິ​ຍົມ​ໃໝ່​ເພື່ອ​ພັກຜ່ອນ​ຢ່ອນ​ອາລົມ​ຂອງ​ຫຼາຍໆ​ຄົນ.

ໃນ​ຍາມ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ,​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຕ່າງໆ​ເຊັ່ນ​ປັກ​ກິ່ງ,​ຊຽງ​ໄຮ້​ແລະ​ເສິນ​ຢາງ​ເປັນ​ຕົ້ນ​ມີ​ຜູ່​ຊົມ​ຫຼາຍ​ກວ່າ​ຍາມ​ທຳ​ມະ​ດາ​ໜຶ່ງ​ເທົ່າ​ຂຶ້ນ​ໄປ,​ຕະ​ຫຼາດ​ເຄື່ອງ​ເກົ່າ​ຂອງ​ແກ່​ບາງ​ແຫ່ງ​ໜາ​ແໜ້ນ​ໄປ​ດ້ວຍ​ຜູ່​ຄົນ,​ໃນ​ນັ້ນ,​ມີ​ຊາວ​ໜຸ່ມ​ບໍ່​ໜ້ອຍ.​ໃນ​ຫຼາຍ​ປີ​ມາ​ນີ້,​ນັກ​ສະ​ສົມ​ເຄື່ອງ​ເກົ່າ​ຂອງ​ແກ່​ຂອງ​ຈີນ​ເພີ່ມ​ຂຶ້ນ​ຄູ່​ປີ,​ແລະ​ມີ​ລະ​ດັບ​ສູງ​ຂຶ້ນ​ເປັນ​ກ້າວໆ.​ນັກ​ສະ​ສົມ​ທີ່​ມີ​ກຳ​ລັງ​ຊື້​ສູງ​ໄດ້​ເຂົ້າ​ຮ່ວມ​ໃນງານ​ປະມູນ​ຂາຍ​ຕ່າງໆ​ຢູ່​ພາຍ​ໃນ​ປະ​ເທດ​ແລະ​ຕ່າງ​ປະ​ເທດ​ເພື່ອ​ຊື້​ເຄື່ອງ​ວິ​ຈິດ​ຕະ​ກຳ.​ນັກ​ສະ​ສົມ​ຈຳ​ນວນ​ໜຶ່ງ​ທີ່​ມີ​ສິ່ງ​ສະ​ສົມ​ຫຼາຍ​ພໍ​ສົມ​ຄວນ​ຍັງ​ໄດ້​ພາ​ກັນ​ສ້າງ​ຫໍ​ພິ​ພິດ​ທະ​ພັນ​ສ່ວນ​ຕົວ​ອີກ​ດ້ວຍ.

ຜູ່​ຊ່ຽວ​ຊານ​ຊີ້​ອອກ​ວ່າ,​ປະ​ຈຸ​ບັນ,​ຊຸມ​ຊົນ​ສະ​ສົມ​ຂອງ​ຈີນ​ໄດ້​ກວມ​ທຸກ​ຊັ້ນ​ຄົນ​ໃນ​ສັງ​ຄົມ,​ການ​ກວດ​ສອບ​ແລະ​ຊົມ​ເຄື່ອງ​ວິ​ຈິດ​ຕະ​ກຳ​ໄດ້​ກາຍ​ເປັນ​ຮູບ​ການ​ສຳ​ຄັນ​ຂອງ​ຄົນ​ຈີນ​ເພື່ອ​ສ້າງ​ພາບ​ພົດ​ໃໝ່​ໃຫ້​ແກ່​ຕົວ​ເອງ​ແລະ​ຍົກ​ຄຸນ​ນະ​ພາບ​ຊີ​ວິດ​ໃຫ້​ສູງ​ຂຶ້ນ.