ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-09 18:45:53    
ກຳ​ປູ​ເຈຍ​ອະ​ນຸ​ລັກ​ຮັກ​ສາ​ອັງ​ກໍ​ວັດ​ໄດ້​ດີ​ກວ່າ​ເກົ່າ

cri Author: shuofang

ຕາມ​ຂ່າວCRI:ອັງ​ກໍ​ວັດ​ທີ່​ຕັ້ງຢູ່​​ແຂ​ວງຊຽມ​ຣຽບ​ຂອງ​ກຳປູ​ເຈຍ​ລືຊາ​ຜາກົດ​ໃນ​ທົ່ວ​ໂລກ,​ແລະ​ໄດ້​ຖືກ​ຈັດ​ເຂົ້າ​​ເປັນ​ມໍ​ລະ​ດົກ​ໂລກ​ຂອງ​ສະຫະ​ປະຊາ​ຊາດ.​ຫວ່າງ​ມໍ່ໆ​ນີ້,​ຄະ​ນະ​ລາຍ​ງານ​ຂ່າວ​ທີ່​ປະ​ກອບ​ດ້ວຍ​ນັກ​ຂ່າວ​ວິ​ທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ແລະ​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ປະ​ຊາ​ຊົນ​ກວງ​ຊີ​ໄດ້​ໄປ​ເອົາ​ຂ່າວ​ຢູ່​ອັງ​ກໍ​ວັດ,​ໄດ້​ຮູ້​ເຫັນ ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ແລະ​ປະ​ຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ບູຮານ​ສະ ຖານ​ແຫ່ງ​ນີ້​ຢ່າງ​ແທ້​ຈິງ.​ວັນ​ທີ​8​ພຶດ​ສະ​ພາ,​ທ່ານ​ຄອຍ​ຊາງ ຫົວ​ໜ້າ​ພະ​ແນກ​ທ່ອງ​ທ່ຽວ​ຂອງ​ແຂວງ​ຊຽມ​ລຽບ ກຳປູ​ເຈຍ​ໄດ້​ແນະ​ນຳ​ສະ​ພາບ​ການ​ດຳ​ເນີນ​​ໂຄງ​ການ​ທ່ອງ​ທ່ຽວ​ຢູ່​ອັງ​ກໍ​ວັດ​ພ້ອມ​ດ້ວຍ​ການ​ປະ​ຕິ​ສັງ​ຂອນ​ແລະ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ​ໃນ​ຫຼາຍ​ປີ​ມາ​ນີ້​ໃຫ້​ນັກ​ຂ່າວ​ຈີນ ຊາບ.​ທ່ານ​ເວົ້າ​ວ່າ:​"ດຽວ​ນີ້,​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ອັງ​ກໍ​ວັດ​ໄດ້​ເພີ່ມ​ຂຶ້ນ​ປີ​ລະ​30%​ຫາ​35%​ຕໍ່​ປີ,​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​5​ແສນ​3​ໝື່ນ​ຄົນ,​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​3​ແສນ​8​ໝື່ນ​ຄົນ."

ແຕ່​ວ່າ,ຍ້ອນຝົນ​ເຊາະ​ລົມ​ພັດ​ແລະ​ເສິກ​ສົງ​ຄາມ​ທຳ​ລາຍ,​ເຮັດ​ໃຫ້​ບູຮານ​ສະຖານ​ຫຼາຍ​ບ່ອນ​ເພ​ພັງ​,​ແລະ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຢ່າງ​ບໍ່​ຂາດ​ສາຍ​ກໍ​ເຮັດ​ໃຫ້​ວຽກ​ງານ​ອະນຸລັກ​ອັງ​ກໍ​ວັດ​ຫຍຸ້ງຍາກ​ຂຶ້ນ​ຫຼາຍ.​ເພື່ອ​ປະ​ຕິ​ສັງ​ຂອນ​ແລະ​ອະ​ນຸ​ລັກ​ອັງ​ກໍ​ວັດ​​ໃຫ້​ດີກ​ວ່າ​ເກົ່າ,​ລັດ​ຖະ​ບານ​ກຳປູ​ເຈຍດ້ານ​ໜຶ່ງ​ໄດ້​ປັບ​ປຸງ​ກົນ​ໄກ​ການ​ທ່ອງ​ທ່ຽວ​ໃຫ້​ສົມ ບູນຂຶ້ນ,ອີກ​ດ້ານ​ໜຶ່ງ​ກໍ​ຕັ້ງ​ໜ້າ​ຍາດ​ແຍ່ງ​ການ​ຊ່ອຍ​ເຫຼືອຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ.​ປະ​ຈຸ​ບັນ​ນີ້​ໄດ້​ມີ10ກວ່າ​ປະ​ເທດ ​ເຊັ່ນ ​ຝຣັ່ງ ອິນ​ເດຍ ຍີ່ປຸ່ນ​ ​ເຢຍລະ​ມັນ​ແລະ​ອີ​ຕາ​ລີ​ເປັນ​ຕົ້ນ​ເຂົ້າຮ່ວມ​ການ​ອະນຸລັກ​ແລະ​ປະຕິສັງຂອນອັງ​ກໍ​ວັດ​ດ້ວຍຮູບ​ການ​ຕ່າງໆ. ສ່ວນ​ຈີນ​ກໍ​ໄດ້​ສົ່ງ​ຜູ້​ຊ່ຽວ​ຊານ​ວັດຖຸບູຮານຜູ້ດີ​ເລີດ​ໄປ​ເຂົ້າຮ່ວມ​ໂຄງການ​ສຳຄັນ​​ນີ້.

ໃນ​ຊຸມ​ປີ1990,​ໂດຍ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ອົງ​ການ​ຢູ່​ເນັສ​ໂກ,​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ງົບປະມານ,​ແຕ່ງ​ຕັ້ງ​ຜູ່​ຊ່ຽວຊານ​ວັດ​ຖຸ​ບູ​ຮານ​ໄປ​ເຂົ້າ​ຮ່ວມ​ການ​ປະ​ຕິ​ສັງ​ຂອນ​ອະ​ນຸ​ລັກ​ຮ່ອງ​ຮອຍ​ອັງ​ກໍ​ວັດ,​ແລະ​ໄດ້​ເລືອກ​ສ້ອມ​ແປງ​ວັດ​ເປຼ ປຼາສາດ​ອັງ​ກໍ​ວັດ​ທີ່​ເປ່ເພ​ອ່າວ​ໜັກ​ໜ່ວງນັ້ນ​ເປັນ​ໂຄງການຊ່ອຍ​ສ້ອມ​ແປງ​.ນີ້​ແມ່ນ​ໂຄງ​ການ​ທຳ​ອິດ​ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ສ້ອມ​ແປງມໍລະດົກ​ວັດທະນະທຳຂະໜາດ​ໃຫຍ່.

ເມື່ອ​ໄດ້​ສຳຫຼວດ​ແລະ​ເກັບ​ກຳ​ຂໍ້​ມູນເປັນ​ເວລາ1​ປີ​ແລ້ວ​,ຜູ່​ຊ່ຽວຊານ​ອະນຸລັກ​ວັດ​ຖຸບູຮານ​ຂອງ​ຈີນ​ໄດ້ລົງ​ມືສ້ອມ​ແປງ​ວັດ​ເປຼ ​ປຼາ​ສາດ​ຢ່າງ​ເປັນ​ທາງ​ການ​ໃນ​ປີ1999.ທ່ານ​ຈ່ຽງຫວຍ​ອິງ ຫົວໜ້າ​ໜ່ວຍ​ງານ​ຊ່ວຍ​ເຫຼືອ​ກຳປູ​ເຈຍ​ອະ​ນຸ​ລັກ​ອັງ​ກໍ​ວັດ​ຂອງ​ຈີນ​ເວົ້າ​ສູ່​ຟັງ​ວ່າ,

"ຕອນ​ທີ່​ພວກ​ຂ້າພະ​ເຈົ້າ​ຫາ​ກໍ່​ມາ​ຮອດ​ອັງ​ກໍ​ວັດນັ້ນ,ວັດ​ເປຼ ປຼາສາດ​ເກືອບ​ວ່າແມ່ນ​ວັດ​ຮ້າງ​ທີ່​ເຫຼືອ​ແຕ່​ຊາກ​ສະ​ຫຼັກ​ຫັກ​ພັງ,​ສິ້ນ​ສ່ວນ​4000​ກວ່າ​ອັນ​ກະ​ຈັດ​ກະ​ຈາຍ​ຢູ່​ໃນ​ແລະ​ນອກ​ບໍລິ​ເວນ​ວັດ​ເກົ່າ.​ໃນ​ເວລາ​ທີ່ພວກ​ຂ້າ​ພະ​ເຈົ້າ​ຫາ​ກໍ່​ມາ​ຮອດ,​ບໍ່​ມີ​ຂໍ້​ມູນ​ເອ​ກະ​ສານ​ຫຍັງ​ເລີຍ,​ແລະ​ ​ບໍ່​ຮູ້​ຮູບ​ຮ່າງ​ດັ້ງ​ເດີມຂອງ​ສິ່ງ​ກໍ່​ສ້າງ,​ສະ​ນັ້ນ,​ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ເລີ່ມ​ຕົ້ນ​ໃໝ່,​ຂ້າ​ພະ​ເຈົ້າ​ຕ້ອງ​ຄົ້ນ​ຄວ້າ​ອົງ​ປະ​ກອບ​ຂອງ​ສິ່ງ​ກໍ່​ສ້າງ​ ອັງ​ກໍ​ວັດ​ຄືນ​ໃໝ່,​ຈິ່ງ​ສາ​ມາດ​ສ້ອມ​ແປງ​ໄດ້." ​ເມື່ອ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ມາ10​ປີ,​ໂຄງ​ການ​ສ້ອມ​ແປງ​ວັດ​ເປຼ ປຼາ​ສາດ ​ໃກ້​ຈະ​ສຳ​ເລັດ​ແລ້ວ.​ອົງ​ການ​ຢູ່​ເນັສ​ໂກ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແລະ​ລັດ​ຖະ​ບານ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ວຽກ​ງານ​ສ້ອມ​ແປງ.​ລັດ​ຖະ​ບານ​ກຳ​ປູ​ເຈຍ​ຍັງ​ໄດ້​ມອບ​ຫຼຽນ​ໄຊ​ລະ​ດັບ​ຊາດ​ໃຫ້​ທ່ານ​ຈ່ຽງ​ຫວຍ​ອິ່ງ ຫົວ​ໜ້າ​ໜ່ວຍ​ງານ​ແລະ​ທ່ານ​ຫຼີວ​ຈ່ຽງ​ໂກ ຮອງ​ຫົວ​ໜ້າ​ຈີນ.​ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ລັດ​ຖະ​ບານ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ມອບ​ຫຼຽນ​ໄຊ​ລະ​ດັບ​ຊາດ​ໃຫ້​ຜູ່​ຊ່ຽວ​ຊານ​ຕ່າງ​ປະ​ເທດ.

ປັດ​ຈຸ​ບັນ,​ໜ່ວຍ​ງານ​ຈີນ​ໄດ້​ລົງ​ມື​ສ້ອມ​ແປງ​ຮ່ອງ​ຮອຍ​ປະ​ຫວັດ​ສາດ​ອີກ​ແຫ່ງ​ໜຶ່ງ​ຂອງ​ອັງ​ກໍ​ວັດ​ແລ້ວ.​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ,​ບູ​ຮານ​ສະ​ຖານ​ອັງ​ກໍ​ວັດ​ພວມ​ປະ​ກົດ​ໃຫ້​ເຫັນ​ໂສມ​ໜ້າ​ທີ່​ຈົບ​ງາມ​ກວ່າ​ເກົ່າ​ຕໍ່​ຊາວ​ໂລກ.