ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-11 18:43:05    
ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ຍັດ​ຕິ​ຈັດ​ງົບ​ປະ​ມານ​ດ່ວນ​ເພື່ອ​ສົງ​ຄາມ

cri
ຂ່າວCRI,​ວັນ​ທີ​10​ພຶດ​ສະ​ພາ​ນີ້,​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ຍັດ​ຕິ​ຈັດ​ງົບ​ປະ​ມານ​ດ່ວນ​ເພື່ອ​ສົງ​ຄາມ​ໂດຍ​ແບ່ງ​ເປັນ​ໄລຍະ​ສະ​ບັບ​ໃໝ່.

ຕາມ​ຍັດ​ຕິ​ສະ​ບັບ​ນີ້,​ລັດ​ຖະ​ສະ​ພາ​ຈະ​ຈັດ​ງົບ​ປະ​ມານ​ພຽງ​ແຕ່​40​ຕື້​ກວ່າ​ໂດ​ລາ​ເຊິ່ງ​ສາ​ມາດ​ສະ​ໜັບ​ສະ​ໜູນ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ໄປ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີ​ນີ້.​ຍັດ​ຕິ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ບຸສ​ຍື່ນ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ອີ​ຣັກ​ໃຫ້​ລັດ​ຖະ​ສະ​ພາ​ກ່ອນ​ວັນ​ທີ​13​ກໍ​ລະ​ກົດ​ປີ​ນີ້,​ແລ້ວ​ລັດ​ຖະ​ສະ​ພາ​ຈິ່ງ​ອີງ​ຕາມ​ບົດ​ລາຍ​ງານ​ດັ່ງ​ກ່າວ​ເພື່ອ​ຕົກ​ລົງ​ວ່າ​ງົບ​ປະ​ມານ​ງວດ​ຕໍ່​ໄປ​ທີ່​ຕົກ​ເປັນ​ເງິນ​50​ຕື້​ໂດ​ລາ​ຈະ​ໃຊ້​ເຂົ້າ​ໃນ​ການ​ສະ​ໜັບ​ສະ​ໜູນ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ຢູ່​ອີ​ຣັກ​ຫຼື​ບໍ່?

ມື້ດຽວ​ກັນ,ທ່ານ​ຈອດ​ຈ໌ ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ຍັດ​ຕິ​ສະ​ບັບ​ໃໝ່​ຂອງ​ພັກ​ເດ​ໂມ​ແຄັຼດ​ແມ່ນ​ເຮັດ​ຕາມ​ໃຈ​ແລະ​ບໍ່​ຄົບ​ຖ້ວນ,​ທ່ານ​ທວງ​ໃຫ້​ລັດ​ຖະ​ສະ​ພາ​ໃຫ້​ໂອ​ກາດ​ແກ່​ແຜນ​ການ​ເພີ່ມ​ທະ​ຫານ​ຢູ່​ອີ​ຣັກ​ຂອງ​ທ່ານ.

ມື້​ດຽວ​ກັນ,ສະພາ​ຕ່ຳ​ອາ​ເມ​ລິ​ກາ​ຍັງ​ໄດ້​ຢັບ​ຢັ້ງ​ຍັດ​ຕິ​ກ່ຽວ​ກັບ​ການ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຖອນ​ທະຫານ​ອອກ​ຈາກ​ອີ​ຣັກ​ພາຍ​ໃນ​9​ເດືອນ​ໂດຍ​ມີ​255​ບັດ​ເຫັນ​ດີ​ແລະ​171​ບັດ​ຄັດ​ຄ້ານ.