ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-11 19:23:57    
ທະ​ນາ​ຄານ​ໂລກ​ກັບ​ຈີນ​ຮ່ວມ​ມື​ກັນ​ຄັ້ງ​ທຳ​ອິດ​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ

cri Author: shuofang

ໄຂ້ຫວັດສັດ​ປີກ​ຕາມ​ຂ່າວCRI:ຫວ່າງ​ມໍ່ໆນີ້,ທະນາຄານ​ໂລກ​ກັບ​ຈີນ​ໄດ້​​ເລີ່​ມຮ່ວມ​ມື​ກັນດຳ​ເນີນ​ໂຄງ​ການ "ຈີນບຳລຸງ​ສ້າງ​ຄວາມ​ສາມາດ​ປ້ອງ​ກັນ​ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກ",​ໂດຍມີ​ຈຸດ​ປະ ສົງ​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ສາ​ມາດ​ຂອງ​ຈີນ​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ແລະ​ການ​ແຜ່​ລະ​ບາດ​ຢ່າງ​ຂະ​ໜາດ​ໃຫຍ່​ຂອງ​ໄຂ້​ຫວັດ​ໃຫຍ່​ມະ​ນຸດ​ທີ່​ອາດ​ຈະ​ເກີດ​ຂຶ້ນ ຍ້ອນ​ໄຂ້​ຫວັດ​ສັດ​ປີກ.​ນີ້​ກໍ​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທະ​ນາຄານ​ໂລກ​ແລະ​ຈີນ​ດຳ​ເນີນ​ໂຄງ​ການ​ຮ່ວມ​ມື​ກັນ​​ໃນ​ດ້ານນີ້.

​ການ​ປະຕິບັດ​ໂຄງການ​ດັ່ງກ່າວ​ເປັນ​ໄລຍະສອງ​ປີ,ຈະ​ໃຊ້ງົບປະມານ​ຈຳນວນ2​ລ້ານ​ກວ່າ​ໂດ​ລາທີ່​ທະນາຄານ​ໂລກຊ່ອຍ​ເຫຼືອ,ດຳ​ເນີນ​ການຄົ້ນຄວ້າ​ແລະ​ອົບ​ຮົມ​ຢູ່​10​ເມືອງ​​ໃນ​ແຂວງ​ລຽວ​ນີງ​ແລະ​ແຂວງ​ອ່ານ​ຮຸ່ຍ​ຂອງ​ຈີນ,​ເພື່ອ​ປັບ​ປຸງ​ນະ​ໂຍ​ບາຍ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​​ຂອງ​ຈີນ​ໃຫ້​ສົມ​ບູນ​ຂຶ້ນ,​ແລະ​ເສີມ​ສ້າງ​ຄວາມ​ສາມາດ​ຂອງ​ພະ​ແນ​ກກະສິກຳ​ແລະ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮາກ​ຖານ​ໃນ​ການ​ຄົ້ນ​ພົບ ບົ່ງ​ມະ​ຕິ ລາຍ​ງານ​ແລະ​ຮັບ​ມື​ກັບ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ແລະ​ການ​ຕິດ​ແປດ​ໃສ່​ມະນຸດ.

​ໃນ​ພິທີ​​ໄຂໂຄງການ,ທ່ານ​ນາງ​ລິວ​ສຽວ​ຢຸນ ຮອງ​ຫົວໜ້າ​ພະ​ແນ​ກຈີນ​ຂອງ​ທະ​ນາ​ຄານ​ໂລກ​ກ່າວ​ວ່າ:"ຈີນ​ໄດ້​ລ້ຽງ​ໄກ່​25%​ແລະ​​ເປັດ65%ຂອງ​​ໄກ່​ເປັດ​ທີ່​ລ້ຽງ​ໃນໂລກ,​ໃນ​ນັ້ນ​ມີ​ຫຼາຍ​ກວ່າ​60%​ແມ່ນ​ລ້ຽງ​ປ່ອຍ;​ຈີນ​ມີ​ປະ​ຊາ​ກອນ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ;​ແລະ​ໃນ​ເສັ້ນ​ທາງ​ທີ່​ນົກ​ຍ້າຍ​ຖິ່ນ​8​ເສັ້ນ​ທີ່​ສຳ​ຄັນ​ໃນ​ໂລກ,​ມີ​3​ເສັ້ນ​ຕ້ອງ​ຜ່ານ​ຈີນ;​ລະ​ດັບ​ການ​ບໍ​ລິ​ການ​ປິ່ນ​ປົວ​ພະ ຍາດ​ຂອງ​ຈີນ​ຍັງ​ຕ້ອງ​ຍົກ​ໃຫ້​ສູງ​ຂຶ້ນ."

ຕາມ​ສະຖິຕິ,​​ແລ້ວແຕ່​ຕົ້ນປີ2004​ຮອດ​ທ້າຍ​ປີ​2006,​ເຂດ​ໃນ​ຈີນ​ໄດ້​ເກີດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ91​ເທື່ອ,ມີ​ສັດ​ປີກ​ທີ່ລ້ຽງຕາມ​ບ້ານ​ເກືອບ​4​ແສນ​​ໂຕ​​ເປັນ​ພະ​ຍາດ.​ນອກ​ນີ້,​ຮອດ​ເດືອນ​ເມ​ສາ​ປີ​2007,ຈີນ​ໄດ້​ບົ່ງ​ມະ​ຕິ​ມີ​23​ຄົນ​ຕິດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ,​ແຈກ​ຢາຍ​ຢູ່​ຕາມ​12​ຕົວ​ເມືອງ​ແລະ​ແຂວງ,​ເຊັ່ນ​ແຂວງ​ຫູ​ນານ ​ແຂວງ​ອ່ານ​ຮຸ່ຍ​ແລະ​ແຂວງ​ລິວ​ນີງ​ເປັນ ຕົ້ນ.

ໂດຍ​ປະ​ເຊີນ​ກັບ​ການ​ຂົ່ມ​ຂູ່​ຂອງ​ພະຍາດ​ໄຂ້​ຫວັດ​ສັດ​ປີກ,​ຈີນ​ໄດ້​ດຳ​ເນີນ​ວຽກ​ງານ​ສັກ​ຢາ​ວັກ​ແຊງ​ໃຫ້​ສັດ​ປີກ​ແບບ​ລວມ​ສູນ,​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢູ່​ຊາຍ​ແດນ,​ທ້ອງ​ຖິ່ນ​ຕ່າງໆ​ກໍ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງໆ​ເຊັ່ນ​ວາງ​ແຜນ​ລ່ວງ​ໜ້າ​ເພື່ອ​ປ້ອງ​ກັນ​ຄວບ​ຄຸມ​ບໍ່​ໃຫ້​ຄົນ​ແລະ​ສັດ​ຕິດ​ແປດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ.​ມາດ​ຕະ​ການ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ຈີນ​ໃນ​ການປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ຢູ່​ປະ​ເທດ​ຕົນເທົ່າ​ນັ້ນ,​ຍັງ​ໄດ້​ສະ​ໜອງ​ຂໍ້​ມູນ​ທີ່​ມີ​ຜົນ​ດີ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ນຳ​ອີກ.

ແຕ່​ຜູ່​ຊ່ຽວຊານ​ຊີ້​ອອກ​ວ່າ,ອົງການ​ປົກຄອງ​ຮາກ​ຖານ​ຂອງ​ຈີນ​ຍັງ​ຕ້ອງການ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ແລະ​ເຕັກ​ນິກ​ເພື່ອ​ເພີ່ມ​ຄວາມ​ສາມາດ​ຕິດ​ຕາມ​ກວດ​ກາ​ແລະ​ກອບ​ກູ້​ປິ່ນ​ປົວ​ສັດ​ແລະ​ຄົນທີ່​ຕິດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ.​ຈີນ​ໄດ້​ຮ່ວມ​ກັບ​ອົງ​ການ​ອາ​ຫານ​ແລະ​ກະ​ເສດ​ຂອງ​ສະ​ຫະ​ປະຊາ​ຊາດ​ຫຼື​ຟາວ​ດຳ​ເນີນ​ໂຄງ​ການ​ຮ່ວມ​ມື​ເຕັກ​ນິກ​ໂດຍ​ດ່ວນ​ເພື່ອ​ຊ່ວຍ​ເຫຼືອ​ຈີນ​ດຳ​ເນີນ​ການ​ແລກ​ປ່ຽນ​ ຜູ່​ຊ່ຽວ​ຊານ​ແລະ​ອົບ​ຮົມ​ພະ​ນັກ​ງານ​ປິ່ນ​ປົວ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ.

ຕາມ​ແຜນການ​ແລ້ວ,​ໂຄງການ​ຮ່ວມ​ມື​ລະຫວ່າງ​ທະນາຄານ​​ໂລກ​ກັບ​ຈີນ​ເທື່ອ​ນີ້​ຈະ​ໃຫ້​ກະຊວງ​ກະສິກຳ​ແລະ​ກະຊວງ​ສາທາລະນະ​ສຸກ​ຂອງ​ຈີນ​ເປັນ​ຜູ່​ຮັບຜິດຊອບ​ປະຕິບັດ​ຕົວ​ຈິງ.ທ່ານ​ລີ້​ຈ້ຽນ​ກົວະ ຮອງ​ຫົວໜ້າຫ້ອງການ​ຮັບ​ມື​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ສຸກ​ເສີນ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ບອກ​ວ່າ"ພວກ​ຂ້າພະ​ເຈົ້າ​ຈະ​ເພີ່ມ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ​ແລະ​ເຕັກ​ນິກ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ກັບ​ອົງການ​ອະນາ​ໄມ​ໂລກ​ແລະ​ປະຊາ​ຄົມ​ໂລກ.​ສ້າງ​ກົນ​ໄກ​ຮ່ວມ​ມື​ທີ່​ດີ,ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ກະ​ຊວງ​ກະ​ສິ​ກຳ​ຈະ​ຈັດການ​ຟຶກ​ຊ້ອມ​ປະ​ສົມ​ແລະ​ຕິດຕາມ​ຊີ້​ນຳ​ຮ່ວມ,​ເພື່ອ​ຕິດຕາມ​ກວດ​ກາ​ແລະ​ປະ​ເມີນ​ສະ​ພາບ​ການ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມືຢ່າງ​ເປັນ​ປະຈຳ.ພ້ອມ​ກັນ​ນັ້ນ,ກໍ່​ຈະບູ​ລະ​ນະ​ກົນ​ໄກ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ຮ່ວມ​ກັນ​ໃຫ້​ສົມບູນ​ຂຶ້ນ,​ເພື່ອ​ໃຫ້​ສອງ​ກະ​ຊວງ​ດັ່ງ​ກ່າວ​ຮ່ວມ​ກັນ​ຊົມ​ໃຊ້​ຂໍ້​ມູນ​ຕົວ​ເລກ​ກ່ຽວ​ກັບ​ການ​ຕິດ​ຕາມ​ກວດ​ກາ​ສະ​ພາບ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ແລະ​ຕົວ​ຢ່າງ​ຕິດ​ແປດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ໃຫ້​ມີ​ປະ​ສິດ​ທິ​ພາບ​ກວ່າ​ເກົ່າ "