ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-11 21:31:22    
ການ​ເດີນ​ທາງ​ຮ່ວມ​ມື​ຈີນ​ອາ​ຊຽນ

cri

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ທັງ​ຜູ່​ຟັງ​ທີ່​ໂຄລົບ, ກິດ​ຈະ​ກຳ"ການ​ເດີນ​ທາງ​ຮ່ວມ​ມື​ຈີນ​ອາ​ຊຽນ" ທີ່​ປະກອບ​ດ້ວຍ​ຫຼາຍ​ສື່​ມວນ​ຊົນ ​ເຊັ່ນ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​, ວິທະຍຸ​ກະຈາຍສຽງ​​ເຂດກວາງຊີ, ສະຖານີ​ໂທລະພາບ​ກວາງຊີ​ແລະ ບໍລິສັດ PHTV ຮົງກົງ​ໄດ້​ເຂົ້າ​ສູ່​ວັນ​ທີ 18. ຄະນະ​ສຳພາດ​ໄດ້​ໄປ​ຮອດ​ວຽງ​ຈັນ ນະຄອນຫຼວງ​ຂອງ​ລາວ​ໃນ​ວັນ​ທີ 10 ພຶດສາ​ພາ​ນີ້.

​ໃນ​ຫຼາຍ​ປີ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ລາວ​​ໄດ້ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ບໍ່​ວ່າ​ໃນ​ຂົງ​ເຂດ​ເສດຖະກິດ ການ​ເມືອງ ວັດທະນະທຳ ກາ​ນສຶກສາ​ເປັນ​ຕົ້ນ, ລ້ວນ​​ແຕ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຫຼວງ​ຫຼາຍ. ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ແມ່ນ​ຈຸດ​ສຳຄັນ. ສະ​ນັ້ນ, ກ່ອນ​ອື່ນ​ໝົດ, ຄະນະ​ສຳພາດ​ໄດ້​ສຳພາດ​ທ່ານ​ນາມ ວິ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸສາ​ຫະກຳ​ການຄ້າລາວ, ທ່ານ​ໄດ້​ແນະນຳ​ສະພາບ​ການ​ພັດທະນາ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງລາວ​ກັບ​ຈີນ​ໂດຍ​ຫຍໍ້, ​ແລະ​ໄດ້​ຕີ​ລາຄາ​ໃນ​ລະດັບ​ສູງ. ທ່ານ​ເວົ້າ​ວ່າ: