ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-12 17:01:37    
ເຈົ້າ​ໜ້າ​ທີ່​ມຽນມາ​ຫວັງ​ໃຫ້​ມິດຕະພາບ​ຈີນ​ມຽນມາ​ເພີ່ມ​ຂຶ້ນ​ຕື່ມ​ອີກ

cri
ຕາມ​ຂ່າວ CRI: ວັນ​ທີ 11 ພຶດສະພາ​ນີ້, ຢູ່​ເນ​ປີ​ຕໍ ນະຄອນ​ຫຼວງ​ມຽນມາ, ນາຍ​ພົນ​ຈັດຕະວາ ຈໍ່​ຊ່ານ, ລັດຖະມົນຕີ​ກະຊວງ​ໂຄສະນາ​ການ​ມຽນມາ​ກ່າວ​ວ່າ, ມິດຕະພາບ​ມຽນມາ​ຈີນ​ມີ​ມາຍາ​ວນານ, ຫວັງ​ວ່າ ການ​ພົວພັນ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ຄົງ​ຈະ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຕື່ມອີກ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ຄະນະ​ຮ່ວມ​ສຳພາດ​ແຫ່ງ​ "ການ​ເດີນທາງ​ເພື່ອ​ການ​ຮ່ວມ​ມື​ກັນ​ຈີນ​ອາຊ​ຽນ", ນາຍ​ພົນ​ຈັດຕະວາ​ຈໍ່​ຊ່ານ​ເວົ້າ​ວ່າ, ປະຈຸ​ບັນ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ມຽນມາ​ໃນ​ວຽກ​ງານ​ສາກົນ​ແລະ​ໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ​ການ​ເມືອງ, ​ເສດຖະກິດ​ເປັນ​ຕົ້ນ​ແມ່ນ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ. ​ໃນ​ວຽກ​ງານ​ສາກົນ, ຈີນ​ໄດ້​ສະໜັບ​ສະໜູນ​ຫຼັກໝັ້ນ​ຂອງ​ມຽນມາ​ຕະຫຼອດມາ, ມຽນມາ​ກໍ່​ສະໜັບ​ສະໜູນ ຫຼັກການ​ປະ​ເທດຈີນ​ດຽວ​ໂດຍ​ຕະຫຼອດ.

ມື້​ດຽວ​ກັນ, ຄະນະ​ຮ່ວມ​ສຳພາດ​ຍັງ​ໄດ້​ສຳພາດ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຫຼາຍທ່ານ, ​ເຊັ່ນ: ນາຍ​ພົນ​ຕີ​ໂຊ​ນາຍ, ລັດຖະມົນຕີ​ກະຊວງ​ໂຮງ​ແຮມ​ແລະ​ການ​ທ່ອງທ່ຽວ​ມຽນມາ​ແລະ​ທ່ານ​ອູ​ເມຍ​ອູ ລັດຖະມົນຕີ​ຊ່ອຍ​ວ່າການ​ກະ​ຊວງ​ສາທາລະນະ​ສຸກ​ເປັນ​ຕົ້ນ, ພວກ​ເພິ່ນ​ຕ່າ​ສງ​ໄດ້​ສະ​ແດ​ງຄວາມ​ຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ການ​ຮ່ວມ​ມື​ຕື່ມ​ອີກ​ໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ: ການທ່ອງທ່ຽວ, ສາທາ​ລະນະ​ສຸກ​ແລະ​ການ​ສຶກສາ​ເປັນ​ຕົ້ນ.