ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-12 22:03:19    
ທ່ານ​ພ່ານກວາງ​ເຊ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ລາວ​ກ່າວ​ວ່າ​, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ລາວ​ຕ້ອງ​ຍຶດໝັ້ນຫຼັກການ​ຕ່າ​ງຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ

cri

ຕາມ​ຂ່າວ CRI: ວັນ​ທີ 12 ພຶດສະພາ​ນີ້, ​ຢູ່​ວຽງ​ຈັນ, ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ຄະນະ​ນັກ​ຂ່າວ​ຂອງ "ການ​ເດີນທາງ​​ແຫ່ງການ​ຮ່ວມ​ມື​​ຈີນ​ອາຊ​ຽນ", ທ່ານ​ພ່ານກວາງ​ເຊ ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ລາວຊີ້​ອອກ​ວ່າ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ລາວ, ຕ້ອງ​ຍຶ​ດໝັ້ນຫຼັກການ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ປະສານ​ສົມ​ທົບ​ກັນ, ​ແລະມີ​ການ​ປະດິດ​ຄິດ​ສ້າງ​ໃໝ່.

ທ່ານ​ພ່ານ​ກວາງ​ເຊ​ເຫັນ​ວ່າ, ​ແຕ່​ປີ 1989 ທີ່​ຈີນ​ລາວ​ຟື້ນ​ຟູ​ສາຍສຳພັນ​ທາງ​ການ​ທູດ​ເປັນ​ປົກກະຕິ​ເປັນ​ຕົ້ນ​ມາ, ການ​ພົວພັນ​ແຫ່ງ​ການ​ຮ່ວມ​ມື​ດ້ວຍ​​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່າງຕໍ່​ເນື່ອງ​ແລະ​ໄດ້​ບັນລຸ​ລະດັບ​ດີ​ທີ່​ສຸດ​ໃນ​ປະຫວັດສາດ, ປະຊາຊົນ​ສອງ​ປະ​ເທດ​​ໄດ້​ຮັບ​ຜົນ​ຕົວ​ຈິງຢ່າງຫຼວງຫຼາຍ. ທ່ານ​ຊີ້​ອອກ​ວ່າ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ລາວ, ກ່ອນ​ອື່ນ, ຕ້ອງ​ຍຶດໝັ້ນ​ການ​ໃຫ້​ສອງຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ, ຈຶ່ງ​ສາມາດ​ເຮັດ​ໃດ້​ເຖິງ​ຂັ້ນ​ພັດທະນາຢ່າງ​ຍືນ​ຍົງ. ຈີນ​​ກຳລັງ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​​ໄຂ​ປະຕູ​ສູ່​ພາຍ​ນອກ, ລາວ​ກໍ່​ພວມ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ, ​​ໃຫ້​ຂະຫຍາຍຕົວ​ຢ່າງ​ສະ​ໝ່ຳສະ​ເໝີ​ກັນແລະ​ຮອບດ້ານ. ຮູບ​ການ​ແຫ່ງ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ກໍ​ຄວນ​ມີ​ການປະດິດສ້າງ​ເລື້ອຍໆ, ຢູ່​ບົນ​ພື້ນຖານ​ໂຄງການ​ຮ່ວມ​ມື​ທີ່​ເຄີຍ​ມີ​ມາໃນ​ອະດີດ, ຊອກ​ຫາ​ວິທີ​ຮ່ວມ​ມື​ແບບ​ໃໝ່, ​ເພື່ອ​ຍົກ​ສູງ​ພະລັງ​ຊີວິດ​ຂອງ​ການ​ຮ່ວມ​ມືລະຫວ່າງ​ສອງປະ​ເທດ.