ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-12 22:20:28    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ກ່າວ​ວ່າ​ຈະ​ຖອດ​ຖອນ​ເອົາ​ບົດ​ຮຽນ​ຂອງ​ຈີນ​ຍຶດ​ໝັ້ນ​ການ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ

cri

ວັນ​ທີ12​ພຶດສະພາ​ນີ້,ທ່ານ​ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ກ່າວ​ວ່າ,​ລາວ​ຈະ​ຖອດ​ຖອນ​ເອົາ​ບົດຮຽນ​ຂອງ​ຈີນ​ໃນ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ເວ​ລາ​ເກືອບ​30​ປີ​ມາ​ນີ້,​ຍຶດ​ໝັ້ນ​ເສັ້ນ​ທາງ​ປ່ຽນ​ແປງ​ໃໝ່​ຂອງ​ຕົນ.

ຄະນະນັກຂ່າວໄດ້ມອບຂອງຂວັນລະລຶກງານກິລາໂອລິມປິກປັກກິ່ງປີ2008ໃຫ້ທ່ານບົວສອນ

ຕອນ​ເຊົ້າ​ວັນ​ທີ​12ພຶດສະພາ​ນີ້,ຢູ່​ສຳນັກງານ​ນາຍົກລັດຖະມົນຕີລາວ,ທ່ານ​ບົວ​ສອນ​ໄດ້​ໃຫ້​ສຳ​ພາດ​ແກ່​ຄະນະ​ນັກ​ຂ່າວ​ວິທະຍຸ​​ໂທລະພາບ​ຂະໜາດ​ໃຫຍ່​ທີ່​ມີ​ຊື່ວ່າ"ການ​ເດີນທາງ​ແຫ່ງ​ການ​ຮ່ວມ​ມື​ຈີນ​ອາ​ຊຽນ" ທ່ານ​ບົວ​ສອນ​ກ່າວ​ວ່າ,ການ​ປ່ຽນ​ແປງ​ໃໝ່​ໄຂ​ປະຕູ​ສູ່​ພາຍ​ນອກ​ແມ່ນ​ນະ​ໂຍບາຍ​ອັນ​ສຳຄັນ​ຂອງ​ລາວ,ຕ້ອງ​ຍຶດໝັ້ນ​ຕໍ່​ໄປ.ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໃນ30​ປີມາ​ນີ້​ໄດ້​ຮັບ​ໝາກຜົນ​ຢ່າງ​ຫຼວງ​ຫຼາຍ,​ເຊິ່ງກໍ​ເປັນການ​ໃຫ້​ກຳລັງ​​ໃຈ​ອັນ​ແຂງ​ແຮງ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່​ຂອງ​ລາວ.ທ່ານ​ກ່າວ​ວ່າ,ສອງ​ປະ​ເທດ​ລາວ​ຈີນ​ມີ​ອຸດົມ​ການ​ການ​ເມືອງ​ທີ່ຄື​ກັນ,ລາວ​ສາມາດ​ຖອດ​ຖອນ​ເອົາ​ບົດຮຽນ​ຂອງ​ຈີນ​ໃນ​ທຸກ​ດ້ານ.​ໃນ​ເວລາ​ໃຫ້​ສຳ​ພາດ,​ທ່ານ​ບົວ​ສອນ​ບຸບຜາ​ວັນ​ຍັງ​ໄດ້​ກ່າວ​ເຖິງ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​FM​93​MHz​ທີ່​ເລີ່ມ​ອອກ​ອາ​ກາດ​ໃນ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້,​ທ່ານ​ກ່າວ​ວ່າ,​ການ​ຮ່ວມ​ມື​ລະ​ຫວ່າງ​ສື່​ມວນ​ຊົນ​ຂອງ​ລາວ​ຈີນ​ໄດ້​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ເຂົ້າ​ໃຈ​ກັນ,​ໃນ​ຕໍ່​ໜ້າ,​ສື່​ມວນ​ຊົນ​ສອງ​ປະ​ເທດ​ສາ​ມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ວິ​ທະ​ຍຸ,​ໂທ​ລະ​ພາບ​ແລະ​ການ​ພິມ​ເປັນ​ຕົ້ນ.