ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-12 22:39:58    
ຈີນ​ຈັດ​ງົບ​ປະ​ມານ​ອົບ​ຮົມ​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ງານ​ສົນທະນາ​ວຽກ​ງານ​​ເຝິກອົບ​ຮົມ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ​ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ກວາງ​ໂຈ່ວ​ໃນ​ຫວ່າງ​ມໍ່ໆ​ນີ້,ທ່ານ​ຈ່າງ​ສ້ຽວ​ຈ້ຽນ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຮ​ງງານ​ແລະ​ປະ​ກັນ​ສັງ​ຄົມ​ຈີນ​ກ່າວ​ວ່າ,​ແຕ່​ປີ​2006​ຮອດ​ທ້າຍ​ເດືອນ​ມີນາ​ປີ​ນີ້,ລັດຖະບານ​ສູນ​ກາງ​ແລະ​ອົງການ​ປົກ​ຄອງ​ທ້ອງ​ຖິ່ນ​ຂອງ​ຈີນ​ໄດ້​ຈັດ​ງົບ​ປະ​ມານ​2​ຕື້140​ລ້ານ​ຢວນ,​ເພື່ອ​ເຝິກ​ອົບ​ຮົມ​ຢ່າງ​ຮອບ​ດ້ານ​ຕໍ່​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ລວມ​8​ລ້ານ​6​ແສນ​ຄົນ.

ຕາມ​ຄາດ​ຄະ​ເນ​ວ່າ,ຈີນ​ມີ​ຊາວ​ກະສິກອນ​ທີ່​ເຂົ້າ​ໄປ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ປະ​ມານ​200​ລ້ານ​ຄົນ.

ເພື່ອ​ ໃຫ້​ຊາວ​ກະສິກອນ​ເຫຼົ່າ​ນີ້​ໄດ້​ມີຊີບ​ຄົງ​ໝັ້ນ​ຢູ່​ໃນ​ຕົວ​ເມືອງ, ໃນ​ປີ2006,ຈີນ​ໄດ້​ເລີ່ມ​ປະ​ຕິ​ບັດ ​ແຜນການ​ອົບຮົມວິຊາ​ອາຊີບ​ໃຫ້​ແຮງ​ງານ​ຊົນ​ນະ​ບົດ.​ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ທົ່ວ​ປະ​ເທດ​ຈີນ​ໄດ້​ສ້າງ​​ຖານອົບຮົມ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ​ງວດ​ໜຶ່ງ​ແລະ​ໄດ້​ແນະນຳ​ໜ້າ​ທີ່​ງານ​ໃຫ້​ເຂົາ​ເຈົ້າ​ໂດຍ​ບໍ່​ເກັບ​ຄ່າ.ອົງການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ຍັງ​ໄດ້​ອອກ​ແຮງ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ,ປົວ​ແປງ​ສະພາບ​ແວດ​ລ້ອມ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ​.