ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-14 14:31:36    
ຈີນ​ສົ່ງ​ດາວ​ທຽມ​ສຶ່ສານ​ເລກ 1 ​ຂອງ​ນິ​ເຊຣີຢ່າງ​ສຳ​ເລັດ​ຜົນ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຕອນ​ຂ້ອນ​ແຈ້ງ​ວັນ​ທີ 14 ພຶດສະພາ​ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ​ຂອງ​ຈີນ, ລູກ​ສອນ​ໄຟ​ສົ່ງ​ຍານ​ຊາງ​ເຈິ່ງ​ເລກ 3 B ​ໄດ້​ສົ່ງ​ດາວ​ທຽມ​ສື່ສານ​ເລກ 1 ຂອງ​ນິ​ເຊຣີຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ, ​ແລະ​ຈະ​ເລີ່ມປະຕິບັດ​ໜ້າ​ທີ່​ໄດ້ກ່ອນ​ທ້າຍ​ປີ​ນີ້. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຈີນ​ໃຫ້ການ​ບໍລິການ​ດ້ານ​ດາວ​ທຽມ​ການ​ຄ້າ​ໃຫ້​ແກ່​ປະ​ເລດ​ລູກ​ຄ້າ​ສາກົນ​ຢ່າງ​ຄົບ​ວົງ​ຈອນ​ຄື​ລວມທັງ​ລູກ​ສອນ​ໄຟ, ດາ​ວທຽມ​ແລະ​ການ​ສົ່ງ​ຂຶ້ນ​ສູ່​ອາວະກາດ.

ນັກ​ຊ່ຽວຊານ​ກ່າວ​ວ່າ, ການ​ປະຕິບັດ​ໂຄງການ​ນີ້, ບໍ່ພ​ຽງ​ແຕ່​ຈະ​ອຳ​ນວຍ​ໂອກາດ​ປະກອບ​ວຽກ​ງານ​ຢ່າງຫຼວງຫຼາຍ​ໃຫ້​ນິ​ເຊຣີທໍ່​ນັ້ນ, ​ແລະ​ຍັງ​ຈະ​ຊ່ອຍ​ຜູ້​ໃຊ້​ອິນ​ເທີ​ເນັດ​ສາຍ​ກວ້າງ​ແລະ​ຜູ້​ໃຊ້​ໂທລະສັບຂອງ​ນິ​ເຊຣີປະຢັດ​ຄ່າ​ໃຊ້​ຈ່າຍ​ປະມານຫຼາຍຮ້ອຍ​ລ້ານ​ໂດ​ລາ. ນອກ​ນີ້, ດາວທຽມ​ຍັງ​ຈະ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ດ້ານ​ຕ່າ​ງໆ, ​ເຊັ່ນ: ການ​ຄ້າ​ເອ​ເລັກ​ໂຕຼນິກ, ການ​ສຶກສາ​ທາງ​ໄກ​ແລະ​ການ​ບໍລິຫານ​ດ້ວຍ​ເອ​ເລັກ​ໂຕຼນິກ​ເປັນ​ຕົ້ນ, ຊຸກ​ຍູ້​ການ​ພັດທະນາ​ທາງ​ເສດຖະກິດ​ສັງຄົມ​ຂອງ​ນີ​ເຊຣີ, ຊຸກ​ຍູ້​ໃຫ້​ແຜ່ນດິນ​ໃຫຍ່​ທະວີບອາ​ຟຼິກາ​ມີ​ຄວາມ​ກ້າວໜ້າ​ທາງ​ດ້ານ​ການ​ໃຊ້​ດາວ​ທຽມ, ​ໂທລະ​ຄົມ​ໜ້າດິນ​ແລະ​ເຄືອຍຂ່າຍ​ໂທລະ​ຄົມ.