ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-14 17:46:56    
ຈີນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສາ​ກົນ​ໃນ​ຂົງ​ເຂດ​ວາ​ລະ​ສານ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 14 ພຶດສະ​ພາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຫຼີວປີ່​ນ​ເຈຍ ຫົວ​ໜ້າ​ກົມ​ໃຫຍ່ຖະ​ແຫຼງ​ຂ່າວ​ແລະ​ການ​ພິມ​ຈຳ​ໜ່າຍ​ຈີນ​ກ່າວ​ວ່າ,ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາ​ກົນ​ໃນ​ຂົງ​ເຂດວາລະສານ​ເພື່ອຊຸກ​ຍູ້​ໃຫ້​ວັດທະນະ​ທຳ​ຂະ​ຫຍາ​ຍ​ເປັນ​ຫຼາຍຮູບ​ການ.

ທ່ານ​ຫຼີວປີ່​ນເຈຍໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ວາລະສານ​ໂລກ​ຄັ້ງ​ທີ 36 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້.​ທ່ານ​ກ່າວ​ວ່າ,​ໃນ​ດ້ານ​ຕ່າງໆ​ເຊັ່ນ​ຂໍ້​ມູນ​ຂ່າວສານ ການ​ວາງ​ສະ​ແດງ​ແລະ​ການ​ອົບ​ຮົມ​ນັກ​ວິຊາ​ການ​ເປັນ​ຕົ້ນ,ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ອົງການ​ວາລະສານ​ສາກົນ​ແລະ​ວົງ​ການ​ວາລະສານ​ຂອງ​ຕ່າງປະ​​ເທດ;ພ້ອມ​ກັນ​ນັ້ນ,​ກໍ່​ຈະໄຂ​ຕະຫຼາດ​ຕື່ມ​ອີກ,ຕ້ອນຮັບຕ່າງປະ​ເທດ​ເຂົ້າມາ​ຮ່ວມ​ການ​ສົ່ງວາລະສານຈີນ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ ການ​ຄ້າ​ສິດທິ​ບັດ​ແລະ​ການ​ປົກ​ປ້ອງ​ສິດທິບັດ​ເປັນ​ຕົ້ນ.​ໂຄງການ​ຮ່ວມ​ມື​ທີ່​ຖືກກົດໝາຍ​ລະຫວ່າງ​ວິ​ສາ​ຫະກິດ​ວາລະສານຂອງ​ຕ່າງປະ​ເທດ​ກັບ​ຈີນ​ຈະ​ຊົມ​ໃຊ້​ນະ​ໂຍບາຍຄື​ກັນ​ກັບ​ວິ​ສາ​ຫະກິດ​ຈີນ.

ກອງ​ປະຊຸມ​ວາລະ​ສານ​ໂລກ​ຄັ້ງ​ທີ 36 ​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 14 ພຶດ​ສະ​ພານີ້​ເປັນ​ເວລາ 2 ມື້,ມີ​​ເຈົ້າ​ໜ້າ​ທີ່​ຂອງ​ຂະ​ແໜງ​ການ​ວາລະ​ສານ​ພັນ​ກວ່າ​ຄົນ​ທີ່​ມາ​ຈາກ 45 ປະ​ເທດ​​ແລະ​ເຂດ​ແຄວ້ນ​ຂອງ​ໂລກ​ເຂົ້າ​ຮ່ວມ​ເພື່ອ​ປຶກສາຫາ​ລື​ກ່ຽວ​ກັບ​ສິ່ງທ້າ​ທາຍ​ແລະ​ໂອກາດ​ທີ່​ການ​ພັດທະນາ​ວາ​ລະສານ​ພວມ​ປະ​ເຊີນຢູ່.