ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-14 19:52:47    
ທ່ານ​ຫູ​ຈິນ​ທ່າວ​ກ່າວ​ວ່າ,​ຈີນ​ຫວັງ​ໃຫ້​ໝາກ​ຜົນ​ຂອງ​ມິດ​ຕະ​ພາບ​ຈີນ​ອາ​ຟະ​ລິ​ກາ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ແກ່​ປະ​ຊາ​ຊົນ​ອາ​ຟະ​ລິ​ກາ​ໂດຍ​ໄວ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ14​ພຶດສະພາ​ນີ້,​ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ເຈລະຈາ​ກັບ​ທ່ານ​ພາວ ຄາ​ກາ​ເມ ປະ​ທາ​ນາ​ທິ​ບໍ​ດີ​ລູວັນ​ດາ​ທີ່​ມາ​ຢ້ຽມຢາມ,ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນ​ແລະ​ການ​ພັດ​ທະ​ນາ​ຂອງ​ອາ​ຟະ​ລິ​ກາ,​ຍິນ​ດີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ປະ​ສານ​ງານ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ປະ​ເທດ​ອາ​ຟະ​ລິ​ກາ ​ເຊິ່ງ​ລວມ​ທັງ​ລູ​ວັນ​ດາ,​ເຮັດ​ໃຫ້​ໝາກ​ຜົນ​ຂອງ​ມິດ​ຕະ​ພາບ​ຈີນ​ອາ​ຟະ​ລິ​ກາ​ສ້າງ​ຜົນ​ປະ​ໂຫຍດ​ປະ​ຊາ​ຊົນ​ອາ​ຟະ​ລິ​ກາ​ໂດຍ​ໄວ.

ທ່ານ​ຄາ​ກາ​ເມ​ເວົ້າວ່າ,ຝ່າຍ​ລູວັນ​ດາ​ຄອງ​ຄອຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນ​ວຽກ ງານ​ສາກົນ​ແລະ​ໃນ​ຂອບ​ເວທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟະ​ລິ​ກາ,​ເຊື່ອ​ໝັ້ນ​ວ່າ,​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໝາກ​ຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ຂອງ​ເວທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟະ​ລິ​ກາ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ອາ​ຟະ​ລິ​ກາ​ຕື່ມ​ອີກ.​ທ່ານ​ກ່າວ​ວ່າ,​ລູ​ວັນ​ດາ​ຈະ​​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວຢ່າງ​​ເດັດດ່ຽວ.