ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-14 20:56:59    
ປະ​ເທດ​ຕ່າງໆ​ຂອງ​ອາ​ຟິຼກ​ກາ​ຄອງ​ຄອຍ​ຢາກ​ຮ່ວມ​ມື​ກັບ​ອົງ​ການ​ການ​ທະ​ນາ​ຄານ​ຂອງ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ13​ພຶດສະພາ​ນີ້,ຢູ່​ທີ່​ຊຽງ​ໄຮ້,​ເຈົ້າ​ໜ້າ​ທີ່​ແລະ​ນັກ​ທະນາຄານ​ຂອງ​ປະ​ເທດ​ຕ່າງໆ​ຂອງ​ອາ​ຟິຼກກາ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​2007ຂອງ​ສະພາ​ບໍລິຫານ​ຂອງ​ກຸ່ມ​ທະນາຄານ​ພັດທະນາ​ອາ​ຟິຼກກາພາກັນ​ກ່າວ​ວ່າ​ຫວັງ​ຢາກ​ຮ່ວມ​ມື​ກັບ​ອົງການ​ການທະນາຄານ​ຂອງ​ຈີນ​ເຊິ່ງ​ລວມ​ທັງ​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ,​ແລະ​ຊົມ​ໃຊ້​ບົດ​ຮຽນ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ຈີນ​ໃນ​ດ້າ​ລະ​ດົມ​ທຶນ​ແລະ​ການ​ທະ​ນາ​ຄານ​ລັກ​ສະ​ນະ​ພັດ​ທະ​ນາ​ເປັນ​ຕົ້ນ.

ທ່ານ​ຄາ​ເລັບ ອາ​ແຄນ​ດ໌ ວາ​ນາ​ໂຮ ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ເງິນ​ແຜນ​ການ​ແລະ​ການ​ພັດທະນາ​ເສດຖະກິດ​ອູ​ການ​ດາ​ກ່າວ​ວ່າ,ທະນາຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ມີ​ຊັບ​ສິນ​300​ຕື້​ໂດ​ລາ​ແລະ​ບົດຮຽນ​ອັນ​ອຸດົມ​ສົມບູນ​ໃນ​ດ້ານ​ການ​ທະ​ນາ​ຄານ​ລັກ​ສະ​ນະ​ພັດ​ທະ​ນາ,​ສາ​ມາດ​ສະ​ໜອງ​ການ​ສະໜັບສະໜູນ​ແກ່​ປະ​ເທດ​ອາ​ຟິຼກກາ​ໃນ​ຫຼາຍ​ຂົງ​ເຂດ.

ທ່ານ​ວິກ​ໂດ ຄິດິວ໌ ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ທະນາຄານ​ພັດ​ທະ​ນາ​​ເຄັນ​ຢາ​ກ່າວ​ວ່າ,ພວກ​ຂ້າພະ​ເຈົ້າ​ຫວັງ​ຢາກ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ເງິນ​ທຶນ​ຈາກ​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ ​ລະດົມ​ທຶນ​ໃຫ້​ແກ່​ໂຄງການ​ພັດທະນາຂອງ​ຂະ​ແໜງ​ການ​ສຳຄັນ​ຂອງ​ເຄັນ​ຢາ,​ໂຄງການ​ເຫຼົ່າ​ນີ້​ກ່ຽວ​ພັນ​ເຖິງ​ຫຼາຍ​ດ້ານ​ເຊັ່ນ​ເຮືອນ​ຢູ່,ພື້ນຖານ​ໂຄງ​ລ່າງ,ການ​ສຶກສາ​ແລະ​ກະສິກຳ​ເປັນ​ຕົ້ນ.