ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-15 11:57:56    
ພັກ​ລັດ​ຈີນ​ຈະ​ອອກ​ແຮງ​ຊຸກ​ຍູ້​ການ​ພົວ​ພັນ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ແລະ​ຮ່ວມ​ມື​ກັບ​ລາວ​ຮອບ​ດ້ານ​ຄື່​ທີ່​ຜ່ານ​ມາ

cri Author: m
ຕາມ​ຂ່າວໜັງ​ສື​ພິມ​ເຢິນມິນ​ຢື້​ປ້າວ: ວັນ​ທີ 14 ພຶດສະພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຊີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ເລຂາ​ຄະນະ​ພັກນະ ຄອນ​ປັກ​ກິ່ງ​ກ່າວ​ວ່າ, ພັກລັດ​ຈີນ​ຈະ​ອອກ​ແຮງ​ຊຸກ​ຍູ້​ການ​ພົວພັນ​​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄຽງທີ່​ດີ​ແລະຮວມ​ມືກັບ​ລາວ​ຢ່າງ​ຮອບດ້ານ​ຄື​ແຕ່​ກ່ອນ​ຜ່ານ​ມາ.

​ໃນ​ເວລາ​ພົບ​ປະກັບ​ທ່ານ​ສົມບັດ ​ເຢຍລີ​ເຮີ, ​ຄະນະເລຂາ​ທິການສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ເລຂາ​ຄະນະ​ພັກ​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ລິວ​ຊີ​​ເວົ້າ​ວ່າ, ​ໃນຫຼາຍປີ​ມາ​ນີ້, ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ຜູ້ນຳ​ຊັ້ນ​ສູງ​ຂອງ​ພັກ​ລັດ​ສອງ​ປະ​ເທດ, ການ​ພົວພັນ​ຈີນ​ລາວ​ໄດ້​ສະໜິດ​ແໜ້ນ​ແຟ້ນ​ແລະ​ລົງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ພົວພັນ​ຈີນ​ລາວ​ໄດ້​ກ້າວ​ເຂົ້າສູ່​ໄລຍະ​ຂະຫຍາຍຕົວໃໝ່​ແລ້ວ. ພັກ​​ລັດ​ຈີນ​ຈະ​ຕັ້ງໜ້າ​ປະຕິບັດ​ຄວາມ​ເຫັນທີ່​ເປັນ​ເອກະສັນ​ກັນ​ທີ່​ຜູ້ນຳ​ສູງ​ສຸດ​ຂອງ​ສອງພັກລັດ​ຈີນ​ລາວ​​ໄດ້​ຕົກລົງ​ກັນ, ​ເປັນ​ບ້ານ​​ໃກ້​ເຮືອນຄ​ຽງທີ່​ດີ, ເພື່ອນ, ​ສະຫາຍ​, ​ແລະ​ໝູ່​ຄູ່​ທີ່​ດີ​ກັບ​ລາວ​ຕະຫຼອດ​ໄປ.

ທ່ານ​ສົມບັດ​ເຢຍລີ​ເຮີ​ກ່າວ​ວ່າ, ພັກ​ແລະ​ລັດ​ຖະບານລາວສຸດ​ທີ່​ເອົາ​ໃຈ​​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງຈີນ​ລາວ. ​ເຊື່ອ​ວ່າ, ພາຍ​ໃຕ້​ຄວາມ​ພະຍາຍາມ​ພ້ອມ​ກັນ​ຂອງ​ທັງ​ສອງ​ຝ່າຍ, ການ​ພົວພັນ​ລາວ​ຈີນ​ຍ່ອມ​ຈະ​ມີ​ອະນາຄົດ​ທີ່​ດີງາມ​ກວ່າ​ເກົ່າ, ​ແລະ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງຫຼາຍກວ່າ​ເກົ່າ​ມາໃຫ້​ປະຊາຊົນ​ສອງ​ປະ​ເທດ.