|
![](/images/spacer.gif) |
(GMT+08:00)
2007-05-15 17:50:31
|
![](/images/shim.gif) |
ໂຮງຮູບເງົາສຳລັບຄົນຕາບອດ
cri
Author: m
ຈີນມີຄົນພິການປະມານ 60 ລ້ານຄົນ. ໃນຖານະເປັນກຸ່ມຄົນພິເສດ, ສິດຂອງຂະເຈົ້າບໍ່ພຽງແຕ່ໄດ້ຮັບການປົກປ້ອງຈາກກົດໝາຍຂອງຈີນເທົ່ານັ້ນ, ຂະແໜງການຕ່າງໆຂອງລັດຖະບານແລະສັງຄົມຍັງໄດ້ໃຫ້ການເອົາໃຈໃສ່ແລະການຊ່ອຍເຫຼືອຂະເຈົ້າອີກ. ໃນລາຍການມື້ນີ້, ພວກເຮົາກໍ່ຈະເວົ້າເຖິງເລື່ອງລາວກ່ຽວກັບໂຮງຮູບເງົາພິເສດແຫ່ງໜຶ່ງ, ນັ້ນກໍ່ຄືໂຮງຮູບເງົາສຳລັບຄົນຕາບອດ.
ໃນເຮືອນ 4 ດ້ານທີ່ທຳມະດາຫຼັງໜຶ່ງຢູ່ຖະໜຸນກູໂລວຊີຕ້າເຈ່ຍຂອງນະຄອນປັກກິ່ງແມ່ນໂຮງຮູບເງົາພິເສດ. ເນື້ອທີ່ກວ້າງບໍ່ຮອດ 30 ຕາແມັດ, ບໍ່ມີຈໍໃຫຍ່, ມີແຕ່ໂທລະພາບໜ່ວຍໜຶ່ງ, ເຄື່ອງສາຍ DVD ອັນໜຶ່ງ, ແລະເຄື່ອງຂະຫຍາຍສຽງອັນໜຶ່ງ. ສິ່ງທີ່ຍິ່ງຕ່າງໝູ່ແມ່ນ, ຜູ້ຊົມຢູ່ນີ້ແມ່ນຄົນຕາບອດໝົດ. ຜູ້ບັນລະຍາຍຈະເລົ່າເນື້ອໃນແລະຮູບພາບຂອງຮູບເງົາສູ່ຄົນຕາບອດຟັງ. ໂຮງຮູບເງົານ້ອຍໆແຫ່ງນີ້ລະທີ່ໄດ້ນຳເອົາຄວາມມ່ວນຊື່ນຢ່າງຫຼວງຫຼາຍມາໃຫ້ເພື່ອນມິດຄົນຕາບອດ. ນາງຫຼີກຸ້ຍຈື່ທີ່ອາຍຸໄດ້ 48 ປີຕາບອດເບື້ອງໜຶ່ງໃນປີ 2001, ອີກເບື້ອງໜຶ່ງເກືອບເບິ່ງບໍ່ເຫັນ. ດຽວນີ້, ລາວເປັນແຂກທີ່ມາໂຮງຮູບເງົາຫຼັງນີ້ເລື້ອຍໆ.
ເວລາເບິ່ງໂທລະພາບຢູ່ເຮືອນ, ເຖິງຈະໃສ່ແວ່ນຕາກໍ່ເຫັນບໍ່ແຈ້ງປານໃດ. ຢູ່ເຮືອນບໍ່ມີຄົນເລົ່າສູ່ຂ້ອຍຟັງ, ເພາະລູກຕ້ອງໄປໂຮງຮຽນ, ຜົວໄປການ. ການບັນລະຍາຍຮູບເງົາຢູ່ນີ້ດຶງດູດໃຈຫຼາຍ.
ລຸງໂຮຈ້ຽນກົວປີນີ້ອາຍຸ 68 ປີແລ້ວ, ລາວຕ້ອງຂີ່ລົດ 2 ຊົ່ວໂມງຈາກເຮືອນມາຟັງຮູບເງົາຢູ່ນີ້, ແຕ່ລາວຍັງມີຄວາມຫ້າວຫັນຫຼາຍ.
ຮູບພາບໃນຮູບເງົາມີຄົນບັນລະບາຍສູ່ເຈົ້າຟັງໝົດ, ຄືກັບຟັງການເລົ່າເລື່ອງ, ມ່ວນຫຼາຍ.
ໂຮງຮູບເງົາສຳລັບຄົນຕາບອກແຫ່ງນີ້ບໍ່ໄດ້ເສຍຄ່າເຂົ້າຟັງ. ແຕ່ເລີ່ມເປີດໃນເດືອນກໍລະກົດປີ 2005 ຮອດດຽວນີ້, ໂຮງຮູບເງົາໄດ້ສາຍຮູບເງົາປະມານ 40 ເລື່ອງໃຫ້ຄົນຕາບອດ 200 ກວ່າຄົນແລ້ວ. ມີທັງຮູບເງົາທີ່ດີເດັ່ນຂອງຈີນຈຳນວນໜຶ່ງ, ແລະຮູບເງົາຕ່າງປະເທດອີກ.
ຜູ້ສ້າງໂຮງຮູບເງົາແຫ່ງນີ້ຊື່ຕ້າເວີຍ, ອາຍຸ 48 ປີ, ລາວກໍ່ແມ່ນຜູ້ບັນລະຍາຍຮູບເງົາ.
ການເລົ່າຮູບເງົາມ່ວນຫຼາຍ, ເລົ່າຮູບເງົາເລື່ອງໜຶ່ງ, ເມື່ອເຈົ້າໄດ້ພັນລະນາຮູບພາບສູ່ຂະເຈົ້າຟັງແລ້ວ, ຂະເຈົ້າກໍ່ຈະຮູ້ໂລກທີ່ຄົນທຳມະດາດຳລົງຊີວິດຢູ່, ພວກເຮົາແລະຂະເຈົ້າຄືກັນກັບໝົດທຸກຄົນ, ຂະເຈົ້າຈະຮູ້ສຶກວ່າ, ໂລກທີ່ຂະເຈົ້າດຳລົງຊີວິດຢູ່ແມ່ນຄວາມຈິງອີຫຼີ.
ທ່ານຕ້າເວີຍສ້າງໂຮງຮູບເງົານີ້ຂຶ້ນມາ, ແມ່ນຍ້ອນປະສົບການທີ່ໄດ້ໄປຊ່ອຍເລົ່າຮູບເງົາໃຫ້ຄົນຕາບອດຟັງໂດຍບັງເອີນເທື່ອໜຶ່ງ, ປະສົບການເທື່ອນັ້ນໄດ້ສະເທືອນໃຈລາວຫຼາຍ. ສະນັ້ນ, ລາວຈຶ່ງໄດ້ສ້າງໂຮງຮູບເງົາແຫ່ງນີ້, ແລະຍັງໄດ້ສ້າງອົງການສຶກສາຄົນຕາບອດທີ່ມີລັກສະນະສາທາລະນະປະໂຫຍດ, ກໍ່ຄື ສູນແລກປ່ຽນການສຶກສາວັດທະນະທຳຮອງຕັ່ນຕັ່ນ, ເພື່ອໃຫ້ການຊ່ອຍເຫຼືອຄົນຕາບອດໂດຍສະເພາະ.
ເພື່ອສື່ສານກັບຄົນຕາບອດໃຫ້ໄດ້ດີກວ່າເກົ່າ, ຕ້າເວີຍມັກປິດຕາຍ່າງໂດຍມີເມຍຢູ່ຂ້າງ, ເພື່ອສຳຜັດຄວາມຮູ້ສຶກທີ່ແທ້ຈິງໃນໃຈຂອງຄົນຕາບອດ. ກໍ່ຍ້ອນໄດ້ມີການທົດລອງເຫຼົ່ານີ້, ລາວຈຶ່ງສາມາດເຫຼົ່າຮູບເງົາຕ່າງໆຢ່າງມີຊີວິດຊີວາ.
ເມື່ອຂ້ອຍປິດຕາຍ່າງຢູ່ຕາມຖະໜຸນ, ຂ້ອຍກໍ່ຮູ້ສຶກວ່າ, ໃນໃຈຂອງຂ້ອຍມີຊ່ອງຫວ່າງຫຼາຍຊ່ອງ, ມີຄຳຖາມຫຼາຍຢ່າງ. ຄົນຕາບອດກໍ່ຄືກັນ. ເມື່ອຂະເຈົ້າສາມາດຮູ້ເນື້ອໃນຂອງຮູບເງົາ, ເພື່ອນມິດຄົນຕາບອດກໍ່ໄດ້ຮັບຮູ້ຂ່າວສານຫຼວງຫຼາຍ, ຂະເຈົ້າຈະຮູ້ສຶກວ່າໄດ້ເພີ່ມກຳລັງແລະສີສັນຂອງຊີວິດຢ່າງບໍ່ຢຸດຢັ້ງ.
ໂດຍໄດ້ຮັບຜົນສະທ້ອນຈາກທ່ານຕ້າເວີຍ, ດຽວນີ້, ມີຄົນນັບມື້ນັບຫຼາຍກວ່າເກົ່າໄດ້ເຂົ້າຮ່ວມວຽກງານບໍລິການໃຫ້ໂຮງຮູບເງົາ. ນາງເວິ່ນຊ່ຽວຟ່າງ ເຊິ່ງເປັນທະນາຍຄວາມກໍ່ແມ່ນຜູ້ໜຶ່ງ. ອາທິດທີ 2 ທີ່ນາງເວິ່ນຊ່ຽວຟ່າງມາໂຮງຮູບເງົາຄົນຕາບອດ, ພໍດີໄດ້ເຫັນຫິມະຕົກແຮງກວ່າໝູ່ໃນລະດູໜາວປີ 2006.
ມື້ນັ້ນພໍດີຫິມະຕົກແຮງ, ແຕ່ມື້ນັ້ນມີ 10 ກວ່າຄົນມາ, ແລະຂະເຈົ້າບອກວ່າ, ຕ້ອງປ່ຽນລົດສອງສາມເທື່ອ, ໃຊ້ເວລາສອງສາມຊົ່ວໂມງຈຶ່ງໄປຮອດ. ເວລານັ້ນ, ຂ້ອຍກໍ່ຮູ້ສຶກວ່າຕົວເອງມີໜ້າທີ່ຮັບຜິດຊອບ. ກໍ່ແມ່ນຢູ່ຕໍ່ໜ້າຄວາມຄອງຄອຍແບບນີ້ຂອງຂະເຈົ້າ, ເຮົາຈຶ່ງເຮັດວຽກຢ່າງອຸທິດໃຈ.
ຜູ້ທີ່ເຮັດວຽກຢູ່ໂຮງຮູບເງົາຄົນຕາບອດເກືອບແມ່ນອາສາສະໝັກໝົດ. ເຊິ່ນຊວນ ນັກຮຽນຈົບປະລິຍາຕີໄດ້ເຮັດວຽກຢູ່ນີ້ປີປາຍແລ້ວ, ບໍ່ມີເງິນເດືອນຈັກຢວນ. ລາວໄດ້ເວົ້າເຖິງຄວາມເຫັນຂອງອາສາສະໝັກທັງຫຼາຍ:
ບາງທີ, ເມື່ອເຈົ້າໄດ້ສຳຜັດຫຼາຍແລ້ວ, ເຈົ້າກໍ່ຈະຮູ້ສຶກວ່າ, ຂະເຈົ້າຕ້ອງການຄົນຄືພວກເຮົາຊ່ອຍຂະເຈົ້າ. ນີ້ກໍ່ເຮັດໃຫ້ພວກເຮົາຮູ້ສຶກວ່າ, ສິ່ງທີ່ພວກເຮົາເຮັດຢູ່ນີ້ມີຄວາມໝາຍຫຼາຍ, ແລະກໍ່ມີຄ່າຫຼາຍ.
ດ້ວຍນ້ຳໃຈທີ່ເມດຕາແລະຄວາມຫ້າວຫັນ, ພວກອາສາສະໝັກໄດ້ນຳເອົາສີສັນງາມກວ່າໝູ່ມາໃຫ້ຄົນຕາບອດທີ່ບໍ່ສາມາດເຫັນໂລກ, ຂະເຈົ້າໄດ້ໃຊ້ສຽງອັນຈິງໃຈ, ຊ່ອຍໃຫ້ຄົນຕາບອດໄດ້ເຫັນຮູບເງົາທີ່ປະທັບໃຈຫຼາຍເລື່ອງ.
ຍ້ອນການເຫຼົ່າຮູບເງົາ, ໂຮງຮູບເງົາຄົນຕາບອດກໍ່ມີຊື່ສຽງຂຶ້ນແລ້ວ, ແຕ່ຍ້ອນການຈັດແລະການບໍລິການຂອງໂຮງຮູບເງົາແມ່ນລັກສະນະສາທາລະນະປະໂຫຍດ, ສະນັ້ນ, ທ່ານຕ້າເວີຍບໍ່ໄດ້ຮັບກຳໄລຈາກເລື່ອງນີ້. ແຕ່ລາວບໍ່ສົນໃຈ, ລາວເວົ້າວ່າ, ລາວມີແຕ່ຢາກເຮັດເລື່ອງທີ່ມີຜົນປະໂຫຍດຢ່າງແທ້ຈິງ, ເພື່ອໃຫ້ການຊ່ອຍເຫຼືອອັນແທ້ຈິງໃຫ້ແກ່ຜູ້ທີ່ຕ້ອງການ. ດຽວນີ້, ລາວກຳລັງຄຶດວ່າຈະອັດສຽງເຫຼົ່າຮູບເງົາເຮັດເປັນແຜ່ນCD, ເພື່ອໃຫ້ຄວາມມ່ວນຊື່ນດ້ານຈິດໃຈຂອງສິລະປະຮູບເງົາໃຫ້ແກ່ຄົນຕາບອດທີ່ຢູ່ເຂດຫ່າງໄກສອກຫຼີກຫຼາຍກວ່າເກົ່າ.
|
|
|