ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-15 20:23:29    
ທ່ານ​ກ່າວ​ສຽງ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ອະ​ນາ​ໄມ​ສາ​ກົນ

cri
ຕາມ​ຂ່າວCRI,ວັນ​ທີ15​ພຶດສະພາ​ນີ້,ຢູ່​ທີ່​ເຊີ​ແນວ, ທ່ານ​ກ່າວ​ສຽງ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຈີນ ຫົວ​ໜ້າ​ຄະນະ​ຜູ່​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ອະນາ​ໄມ​ໂລກ​ຄັ້ງ​ທີ60​ໄດ້​ບັນ​ລະບາຍ​ຫຼັກ​ໝັ້ນ​ຂອງ​ລັດຖະບານ​ຈີນ​ກ່ຽວ​ກັບ​ຄວາມ​ປອດ​ໄພດ້ານ​ອະນາ​ໄມ​ສາກົນ.

ໃນ​ການ​ອະພິປາຍ​ທົ່ວ​ໄປ​ຂອງ​ກອງ​ປະຊຸມ,ທ່ານ​ກ່າວ​ສຽງ​ກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ,ຄົ້ນຄວ້າ​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ກ່ຽວ​ກັບ​ຄວາມ​ປອດ​ໄພດ້ານ​ອະນາ​ໄມ​ສາກົນ,ພະຍາຍາມ​ເຮັດ​ໃຫ້​ປະຊາຊົນ​​ໃນ​​ໂລກ​ດຳລົງ​ຊີ​ວິດ​ໃນ​ສິ່ງ​ແວດ​ລ້ອມ​ທີ່​ປອດ​ໄພ​ກວ່າ​ເກົ່າ.ທ່ານ​ກ່າວ​ວ່າ,ກົດ​ຂໍ້​ກຳນົດ​ອະນາ​ໄມ​ສາກົນຈະ​ເກີດ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ15​ມິຖຸນາ​ປີ​ນີ້,ລັດຖະບານ​ຈີນ​ເຫັນ​ດີ​ແລະ​ຈະ​ປະ​ຕິ​ບັດ​ຕາມ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ກອງ​ປະຊຸມ​ໃຫຍ່​ອະນາ​ໄມ​ໂລກ​ຄັ້ງ​ທີ59,​ເຄົາລົບຂໍ້​ມາດ​ຕາ​ທີ່​ກ່ຽວ​ຂ້ອງ​ຂອງ​ກົດ​ຂໍ້​ກຳນົດ​ດັ່ງກ່າວ​ດ້ວຍ​ຄວາມ​ສະໝັກ​ໃຈ​ໃນ​ທັນທີ,​ແລະ​ອອກ​ຖະ​ແຫຼ​ງການ​ວ່າ​ກົດ​ຂໍ້​ກຳ​ນົດ​ດັ່ງກ່າວ​ເໝາະ​ໃຊ້​ໃນ​ທົ່ວ​ດິນ​ແດນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ເຊິ່ງ​ລວມ​ທັງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ,​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ ​ແລະ​ແຂວງ​ໄຕ້​ຫວັນ.

ພ້ອມ​ກັນ​ນັ້ນ,ທ່ານ​ກ່າວ​ສຽງ​ຍັງ​ກ່າວ​ວ່າ,ຈີນ​ຈະ​ບໍລິຈາກ​ເງິນ​8ລ້ານ​ໂດ​ລາ​ໃຫ້​ອົງການ​ອະນາ​ໄມ​ໂລກ​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ຊຸກ​ຍູ້​ພາລະ​ກິດການ​ປິ່ນປົວ​ສາທາລະນະ​ສຸກ​ຂອງ​ປະ​ເທດ​ພວມ​ພັດທະນາ​ເຊັ່ນ​ອາ​ຟິຼກກາ​ເປັນ​ຕົ້ນ.