ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-16 16:16:26    
ຈີນ​ສົ່ງ​ວັກ​​ແຊັງ​ໄຂ້​ຫວັດ​ສັດ​ປີກ 42 ​ໂຕນ​ໄປ​ຮອດ​ຫວຽດ​ນາມ

cri Author: cai
ຕາມ​ຂ່າວສານ​ຈີນ:ບໍ​ລິ​ສັດ​ການບິນ​ພາກ​ໃຕ້​ຈີນ​ແຈ້ງ​ໃຫ້​ຊາບວ່າ,​ແຕ່​ວັນ​ທີ 18 ຫາວັນ​ທີ 29 ພຶດສະພາ​ນີ້,ວັກ​ແຊັງ​ຕ້ານ​ເຊື້ອ​ໄຂ້ຫວັດ​ສັດ​ປີກ 42 ​ໂຕນຈະແບ່ງ​ເປັນ 4 ງວດສົ່ງທາງ​ຍົນຈາກ​ເມືອງຮ່າ​ເອິປີນຂອງ​ຈີນ​ໄປຫວຽດນາມ,ການຂົນ​ສົ່ງດັ່ງກ່າວຮັບ​ເໝົາ​ໂດຍ​ບໍລິສັດ​ການບິນ​ພາກ​ໃຕ້​ຈີນ.

ແຕ່​ຕົ້ນ​ປີ​ນີ້​ມາ,ພະຍາດ​ໄຂ້​ຫວັດ​ສັດ​ປີກ​ໄດ້​ມີທ່າ​ອ່ຽງ​​ແຜ່​ລະ​ບາດ​ອີກ​ຢູ່​ພາກ​ໃຕ້​ຫວຽດ​ນາມ,​ໃນ​ຫຼາຍ​ອາ​ທິດ​ທີ່​ຜ່ານ​ມາ,ຢູ່​ພາກ​ໃຕ້​ຫວຽດນາມ,​​ໄດ້​ມີ​ເປັດ​ເກືອບ​ໝື່ນ​ໂຕ​ຕາຍ​ຍ້ອນ​ໄຂ້​ຫວັດ​ສັດ​ປີກ.ປະຈຸ​ບັນ,ວັກ​ແຊັງ​ໄຂ້​ຫວັດ​ສັດ​ປີກ​ທີ່​ຫວຽດ​ນາມ​ຄົ້ນ​ຄວ້າ​ຜະລິດ​ເອງ​ຍັງ​ບໍ່​ທັນ​ຮອດ​ຂັ້ນ​ຕອນ​ຜະລິດ​ເທື່ອ.ສະ​ນັ້ນ,ປີ​ນີ້,ລັດຖະ​ບານ​ຫວຽດ​ນາມ​ຍັງ​ຫວັງ​ໃຫ້​ລັດ​ຖະ​ບານ​ຈີນ​ສົ່ງວັກ​ແຊັງ​ໄຂ້​ຫວັດ​ສັດ​ປີກ​ໃຫ້​ຫວຽດ​ນາມ​ອີກ.ການ​ຂົນ​ສົ່ງ​ວັກ​ແຊັງ​ເທື່ອ​ນີ້​ກໍ່​ແມ່ນ​ການ​ຊ່ວຍ​ເຫຼືອ​ຫວຽດນາມ​ຂອງ​ລັດຖະ​ບານ​ຈີນ.