ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-16 16:25:08    
ຫວຽດ​ນາມ​ຈັດ​ງານ​ວາງ​ສະ​ແດງ​ປະ​ຫວັດ​ກ່ຽວ​ກັບ​ທ່ານ​ປະ​ທານ​ໂຮ​ຈີ​ມິນ​ກັບ​ຈີນ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ: ​ເພື່ອ​ລະ​ລຶກ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ໂຮ​ຈີ​ມິນຄົບຮອບ 117 ປີ,ງານ​ວາງ​ສະ​ແດງ​ປະ​ຫວັດ​ກ່ຽວ​ກັບ​ທ່ານ​ປະທານ​ຫູ​ຈີມິນ​ກັບ​ຈີນ​ທີ່​ຫວຽດນາມ​ແລະ​ຈີນ​​ຮ່ວມກັນຈັດ​ຂຶ້ນນັ້ນ​ໄດ້​​ເປີດ​ໃຫ້​ຄົນ​ເຂົ້າຊົມ​ຢູ່​ຮ່າ​​ໂນ​ຍ​ໃນ​ວັນ​ທີ 15 ພຶດສະພາ​ນີ້.

ທ່ານ​ນົງ​ດຶກ​​ແຫມ້ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສົ່ງ​ສານ​ໄປ​ຍັງ​ງານ​ວາງສະ​ແດງ​ໂດຍ​ກ່າວ​ວ່າ, ທ່ານ​ປະທານ​​ໂຮຈີ​ມິນ​ແມ່ນ​ຜູ່​ນຳ​ທີ່​​ເຄົາລົບ​ຮັກ​ຂອງປະຊາຊົນ​ຫວຽດນາມ,​ແມ່ນ​ຫມູ່​ເພື່ອນ​ຜູ່ສະຫນິດ ສະຫນົມ​ຂອງ​ປະຊາຊົນ​ຈີນ.ທ່ານ​ໄດ້​​ສ້າງແລະ​ເສີມ​ຂະຫຍາຍ​ມິດຕະພາບ​ລະຫວ່າງສອງ​ພັກ ສອງ​ລັດ​​ແລະ​ປະຊາຊົນ​ສອງ​ປະ​ເທດ​ຢ່າງ​ພາກພ​ຽນ.​ ການຈັດ​ງານ​ວາງສະ​ແດງ​ເທື່ອ​ນີ້​ໃນ​ໂອກາດວັນ​ເກີດ​ຂອງ​ທ່ານ​ຄົບຮອບ 117 ປີມີ​ຄວາມ​ຫມາຍ​ທີ່​ສຸດ.ຫວັງ​ວ່າມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ການພົວພັນ​ຮ່ວມ​ມື​ກັນ​ລະຫວ່າງ​ຫວຽດນາມ​ກັບ​ຈີນ​ຈະ​ໄດ້​ຮັບ​ການ​ປັບປຸງ​ແລະ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງຕາມ​ຄວາມ​ປາຖະຫນາ​ຂອງ​ທ່ານ​ປະທານ​​ໂຮ​ຈີ​ມິນ,​ແລະ​ສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນ,ຍືນ​ຍົງ​ຊົ່ວ​ກາລະ​ນານ.