ສະບາຍດີທ່ານຜູ້ຟັງ, ໃນໄລຍະມໍ່ໆມານີ້, ທ່ານຮວງຫົງ ນັກສະແດງລະຄອນຕະຫຼົກທີ່ມີຊື່ສຽງຂອງຈີນໄດ້ຮັບຄວາມສົນໃຈຫຼາຍ, ທ່ານໄດ້ເອົາໃຈໃສ່ຊາວກະສິກອນທີ່ເປັນປະຊາກອນສ່ວນຫຼາຍຂອງຈີນ, ໂດຍສະເພາະແມ່ນສິດແລະຜົນປະໂຫຍດຂອງຊາວກະສິກອນທີ່ໄປເຮັດວຽກໃນຕົວເມືອງ, ທ່ານຍັງຮຽກຮ້ອງຕໍ່ສັງຄົມ, ໄດ້ຖືກຖືເປັນ"ຜູ່ຕາງໜ້າຂອງຊາວກະສິກອນທີ່ມາເຮັດວຽກຢູ່ໃນເມືອງ". ຮວງຫົງເວົ້າວ່າ, ທ່ານເອົາໃຈໃສ່ນຳຊາວກະສິກອນແນວນີ້ແມ່ນຍ້ອນວ່າທ່ານໄດ້ປະດິດຄິດແຕ່ງສິລະປະຢູ່ພື້ນຖານເປັນເວລາຍາວນານ. ໃນລາຍການວັດທະນະທຳຈີນພາກນີ້, ພວກເຮົາຂໍແນະນຳທ່ານຮວງຫົງ ນັກສະແດງລະຄອນຕະຫຼົກ ສູ່ທ່ານຟັງ.
ໃນເດືອນແລ້ວນີ້, ກອງປະຊຸມປະຈຳປີຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ອັດລົງຢູ່ປັກກິ່ງ. ກຳມະການຂອງສະພາລ້ວນແຕ່ແມ່ນບຸກຄົນທີ່ໄດ້ສ້າງຜົນງານພົ້ນເດັ່ນໃນວົງການຕ່າງໆຂອງສັງຄົມ, ພວກເຂົາເຈົ້າເຂົ້າຮ່ວມການເມືອງແລະປຶກສາການເມືອງໂດຍຜ່ານການປະກອບຄຳຄິດຄຳເຫັນຕໍ່ລັດຖະບານ. ທ່ານຮວງຫົງ ນັກສະແດງລະຄອນຕະຫຼົກ ປີນີ້ມີອາຍຸ 47 ປີກໍແມ່ນກຳມະການຂອງສະພາປຶກສາການເມືອງ. ຍັດຕິຂອງທ່ານທີ່ຊື່ວ່າ"ສ້າງການປະກັນສັງຄົມພື້ນຖານໃຫ້ຊາວກະສິກອນທີ່ມາເຮັດວຽກໃນເມືອງ"ຫາກໍ່ສະເໜີ, ກໍໄດ້ຮັບຄວາມສົນໃຈຈາກສື່ມວນຊົນແລະປະຊາຊົນທັງຫຼາຍ. ຍັດຕິສະບັບນີ້ໄດ້ກ່ຽວພັນເຖິງຖານະ ເງິນເດືອນ ການປະກັນໄພ ແລະຊີວິດວັດທະນະທຳເປັນຕົ້ນຂອງຊາວກະສິກອນທີ່ມາເຮັດວຽກໃນເມືອງ, ເກືອບປົກຫຸ້ມຄວາມຕ້ອງການທຸກດ້ານຂອງຊາວກະສິກອນທີ່ມາເຮັດວຽກໃນເມືອງ. ທ່ານຮວງຫົງເວົ້າວ່າ:
"ລະຄອນຂອງຂ້າພະເຈົ້າໄດ້ສະແດງສາມັນຊົນໃນຮາກຖານທັງໝົດ. ຂ້າພະເຈົ້າໄປເກັບກຳຂໍ້ມູນຢູ່ສະຖານທີ່ກໍ່ສ້າງ, ໄດ້ປະກົດເຫັນບັນຫາຈຳນວນໜຶ່ງ. ຂ້າພະເຈົ້າຮູ້ສຶກວ່າ, ປັດຈຸບັນ, ຊາວກະສິກອນທີ່ມາເຮັດວຽກໃນເມືອງຄ່ອຍໆກາຍເປັນຊຸມຊົນຕົ້ນຕໍຂອງສັງຄົມແລ້ວ, ບໍ່ວ່າຢູ່ຂະແໜງການກໍ່ສ້າງ ການກິນດື່ມ ລວມທັງການປຸງແຕ່ງ, ຊາວກະສິກອນມີເຄິ່ງໜຶ່ງຂຶ້ນໄປ, ສະນັ້ນຈຶ່ງເປັນຊຸມຊົນໃຫຍ່ໃນສັງຄົມ. ຖ້າເວົ້າວ່າໃນແຕ່ກອນ, ຂ້າພະເຈົ້າມີແຕ່ສະແດງເຂົາເຈົ້າໃນລະຄອນຂອງຂ້າພະເຈົ້າ, ແຕ່ດຽວນີ້, ໃນຖານະເປັນກຳມະການສະພາປຶກສາການເມືອງ, ກໍໄດ້ມີການນຶກຄຶດຫຼາຍກວ່າເກົ່າແລະມີໜ້າທີ່ຮັບຜິດຊອບຫຼາຍກວ່າເກົ່າ."
ລະຄອນຕະຫຼົກທີ່ທ່ານຮວງຫົງປະດິດຄິດແຕ່ງແລະສະແດງນັ້ນໄດ້ມີຊື່ສຽງຍ້ອນ"ຈາກນ້ອຍເຫັນໃຫຍ່". ທ່ານຊ່າງຊອກຫາໄດ້ຈຸດເດັ່ນໃນຂໍ້ມູນສາມັນຊົນແລະຫົວຂໍ້ນ້ອຍມາສະແດງບັນຫາໃນສັງຄົມ. ລະຄອນເຫຼົ່ານີ້ກຳເນີດຈາກຊີວິດ, ແລ້ວສ່ອງແສງຊີວິດ, ມີຄວາມສະໜິດສະໜົມຫຼາຍ, ສະນັ້ນໄດ້ຮັບຄວາມນິຍົມຈາກສາມັນຊົນ. ສ່ວນຊາວກະສິກອນທີ່ເປັນປະຊາກອນສ່ວນຫຼາຍຂອງຈີນ ກໍແມ່ນຕົວສະແດງທີ່ມັກປະກົດຕົວໃນລະຄອນຂອງທ່ານຮວງຫົງເລື້ອຍໆ.
ຍ້ອນຊີວິດການເປັນຢູ່ໃນຕົວເມືອງແລະຊົນນະບົດຈີນມີຄວາມແຕກຕ່າງກັນຫຼາຍ, ຊາວກະສິກອນໄປທຳມາຫາກິນຢູ່ໃນເມືອງໄດ້ປະເຊີນຄວາມຫຍຸ້ງຍາກແລະເກີ້ເຂີນຕ່າງໆນາໆ. ລະຄອນຂອງທ່ານຮວງຫົງໄດ້ສະແດງບຸກຄະລິກແລະຊີວິດຄວາມຫວານຄວາມຂົມຂອງຊາວກະສິກອນເຫຼົ່ານີ້ຢ່າງມີຊີວິດຊີວາແລະຕະຫຼົກຫຼາຍ, ເຮັດໃຫ້ມວນຊົນຍິ້ມຫົວແລ້ວກໍໄດ້ຮູ້ສຶກຄວາມໂສກເສົ້າໜ້ອຍໜຶ່ງ. ໃນເວລາກ່າວເຖິງການປະດິດຄິດແຕ່ງຂອງຕົນ, ທ່ານຮວງຫົງເວົ້າວ່າ:
"ການປະດິດຄິດແຕ່ງສິລະປະຕ້ອງມີຄວາມຮູ້ສຶກຢ່າງແທ້ຈິງ, ພວກເຮົາອາດຈະບໍ່ເຂົ້າໃຈປານໃດຕໍ່ຊີວິດປະຈຸບັນໃນຊົນນະບົດ, ແຕ່ຄົນແລະເລື່ອງຢູ່ອ້ອມຂ້າງເຮົາແມ່ນໄດ້ເຫັນຫຼາຍ, ບໍ່ວ່າແມ່ບ້ານໃນເຮືອນ, ຜູ້ປ້ອງກັນຄວາມປອດໄພໃນຄຸ້ມເຮືອນ, ແຫ່ງໃດເຈົ້າກໍໄດ້ພໍ້ຊາວກະສິກອນທີ່ມາເຮັດວຽກໃນເມືອງ. ໃນການດຳລົງຊີວິດ, ສິ່ງໃດເຮັດໃຫ້ເຈົ້າກະຕຸ້ນໃຈ, ເຈົ້າກໍຈະເກັບເປັນຂໍ້ມູນ. ຂ້າພະເຈົ້າຮູ້ສຶກວ່າ, ຊາວກະສິກອນທີ່ມີເຮັດວຽກມີຄວາມສະເໜ່ຫຼາຍ. ຍ້ອນຫຍັງ? ຍ້ອນລາວເປັນຄົນແທ້ຈິງ, ບໍລິສຸດ, ໃຈດີ, ຊື່ສັດ, ບໍ່ແຕ່ງເປັນຄົນປອມ."
ທ່ານຮວງຫົງມັກຊາວກະສິກອນບໍ່ພຽງແຕ່ສະແດງໃຫ້ເຫັນໃນລະຄອນຕະຫຼົກ, ທ່ານຍັງຖືຊາວກະສິກອນເປັນພະເອກ, ຮຽບຮຽງເອງ ກຳກັບການສະແດງເອງທັງເຂົ້າຮ່ວມການສະແດງໃນຮູບເງົາເລື່ອງ"ພໍ່ກັບລູກ 25 ຄົນ". ນີ້ແມ່ນເລື່ອງຕົວຈິງ. ພະເອກຈ້າວກ່ວງ ແມ່ນລູກກຳພອຍທີ່ຖືກຊາວບ້ານລ້ຽງເຕີບໃຫຍ່, ພາຍຫຼັງທຳຄວາມພະຍາຍາມແລະຮັ່ງມີຂຶ້ນແລ້ວ, ລາວໃຫ້ສຳພາດຕໍ່ນັກຂ່າວວ່າ, "ຂ້ອຍຈະເປັນພໍ່ຂອງລູກກຳພ້າກຳພອຍໃນທົ່ວໂລກ". ສະນັ້ນ, ລູກກຳພ້າກຳພອຍ 25 ຄົນໄດ້ຍ້າຍເຂົ້າເຮືອນລາວ, ແຕ່ນັ້ນມາ, ຊີວິດຂອງຈ້າວກ່ວງໄດ້ປ່ຽນແປງໝົດ. ປີ 2002, ຮູບເງົາເລື່ອງ"ພໍ່ກັບລູກ 25 ຄົນ"ໄດ້ຮັບລາງວັນການກຳກັບການສະແດງເລື່ອງທຳອິດຂອງລາງວັນ"ຈິ່ນຈີ່"ເຊິ່ງເປັນລາງວັນສູງສຸດຂອງວົງການຮູບເງົາຈີນ, ແລະໄດ້ຮັບລາງວັນເລື່ອງດີກວ່າໝູ່ຂອງລາງວັນ"ປາຍຮວາ"ທີ່ຜູ້ຊົມປະກວດ. ທັງໄດ້ຮັບລາງວັນແມງກະເບື້ອຄຳ ເຊິ່ງເປັນລາງວັນສູງສຸດໃນງານວາງສະແດງຮູບເງົາຊາວໜຸ່ມເຍົາວະຊົນສາກົນຄັ້ງທີ 17 ທີ່ຈັດຂຶ້ນຢູ່ອີຣານ.
ແຕ່ເຂົ້າສູ່ສະຕະວັດໃໝ່ມານີ້, ການປະສົບການຂອງຊາວກະສິກອນທີ່ມາເຮັດວຽກໃນເມືອງໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານແລະປະຊາຊົນຈີນນັບມື້ນັບຫຼາຍ. ໃນບຸນກຸດຈີນປີ 2005, ໃນງານລາຕີສະຫຼອງບຸນກຸດຈີນຂອງCCTV, ທ່ານຮວງຫົງໄດ້ສະແດງລະຄອນ"ຕົບແຕ່ງ", ຊາວກະສິກອນທີ່ມາເຮັດວຽກໃນເມືອງຜູ້ໜຶ່ງຕົບແຕ່ງເຮືອນໃຫ້ຜູ້ຈ້າງ, ໄດ້ມີສະພາບການຕະຫຼົກຫຼາຍ, ການສະແດງໃກ້ຈະສິ້ນສຸດລົງ, ຊາວກະສິກອນທີ່ທ່ານສະແດງນັ້ນໄດ້ເວົ້າກັບຜູ້ຈ້າງດ້ວຍສຽງດັງໆວ່າ"ເງືອນເດືອນຂອງຊາວກະສິກອນບໍ່ໃຫ້ເໜື່ອງເວລາເດີ໋", ສຽງຫາກໍຈົບລົງ, ຢູ່ລຸ່ມເວທີໄດ້ມີສຽງຕົບມືຢ່າງຝົດຟື້ນດັງຂຶ້ນໃນທັນທີ. ນີ້ແມ່ນຍ້ອນວ່າ, ວິສາຫະກິດແລະເຈົ້າຂອງຈຳນວນໜຶ່ງເໜື່ອງໜ່ຽວເງິນເດືອນຂອງຊາວກະສິກອນແມ່ນບັນຫາຈຸດສຸມອັນໜຶ່ງໃນສັງຄົມຈີນໃນຄາວນັ້ນ, ທ່ານຮວງຫົງຜ່ານບົດປະພັນຂອງຕົນຮຽກຮ້ອງສຽງດັງໆເພື່ອຊາວກະສິກອນ. ທ່ານຮວງຫົງເວົ້າວ່າ:
"ຂ້າພະເຈົ້າຮູ້ສຶກວ່າ, ຈຸດສຳຄັນກວ່າໝູ່ອັນໜຶ່ງກໍແມ່ນບົດປະພັນສິລະປະ, ຕົວຢ່າງຄືລະຄອນຂອງພວກເຮົາເຮັດໃຫ້ຄົນຍີ້ມຫົວ ແຕ່ຕ້ອງມີເນື້ອໃນ. ຢາກໃຫ້ຜູ້ຊົມຍິ້ມຫົວ, ເຈົ້າຕ້ອງພິຈາລະນາ, ຕ້ອງມີຫຼັກໝັ້ນ, ເຈົ້າຢາກສຽດສີຫຍັງ, ເຈົ້າຢາກເວົ້າຫຍັງ. ນີ້ພວກເຮົາຕ້ອງເຂົ້າໃຈກ່ອນ. ຂ້າພະເຈົ້າຄິດວ່າ, ສິລະປິນທີ່ດີເລີດຜູ້ໜຶ່ງ, ໃນຈິດໃຈເລິກເຊິ່ງຂອງລາວ, ສຳຄັນກວ່າໝູ່ແມ່ນຫນ້າທີ່ຮັບຜິດຊອບຕໍ່ສັງຄົມ."
ທ່ານຮວງຫົງເວົ້າວ່າ, ຕົນເອງຮຽບຮຽງສະແດງລະຄອນກ່ຽວກັບຊາວກະສິກອນທີ່ມາເຮັດວຽກໃນເມືອງ, ຕ້ອງໄປສະແດງຢູ່ສະຖານທີ່ກໍ່ສ້າງທີ່ມີຊາວກະສິກອນເຕົ້າໂຮມຫຼາຍ, ຖ້າຊາວກະສິກອນຫົວແລ້ວ, ກໍຢືນຢືນວ່າໄດ້ສຳເລັດຜົນແລ້ວ.
ຫວ່າງມໍ່ໆນີ້, ທ່ານຮວງຫົງໄດ້ປະດິດຄິດແຕ່ງລະຄອນໂທລະພາບກ່ຽວກັບຊາວກະສິກອນທີ່ມາເຮັດວຽກໃນເມືອງ, ທ່ານຫວັງວ່າໃນລະຄອນດັ່ງກ່າວສາມາດສະແດງຊີວິດແທ້ຈິງແລະຄວາມຮູ້ສຶກຄວາມຫວານຊື່ນແລະຂົມເຂີ່ນຂອງເຂົາເຈົ້າ, ທັງສະແດງໃຫ້ເຫັນການປະກອບສ່ວນຂອງຊາວກະສິກອນທີ່ລືບໄປບໍ່ໄດ້ໃນຂະບວນວິວັດພັດທະນາຂອງຕົວເມືອງ. ທ່ານຮວງຫົງເວົ້າວ່າ, ຕົນເອງຢາກເປັນ"ຜູ້ຕາງໜ້າຂອງຊາວກະສິກອນທີ່ມາເຮັດວຽກໃນເມືອງ."
ທ່ານຜູ້ຟັງ, ທີ່ຟັງມານັ້ນແມ່ນແນະນຳທ່ານຮວງຫົງ ນັກສະແດງລະຄອນຕະຫຼົກທີ່ມີຊື່ສຽງຂອງຈີນ. ລາຍການວັດທະນະທຳພາກນີ້ຂໍຈົບລົງພຽງທໍ່ນີ້, ສະບາຍດີ.
|