ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-16 20:35:22    
ຈີນ​ຈະ​ສ້າງ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ອະ​ວະ​ກາດ​ທີ່​ປະ​ກອບ​ດ້ວຍ​ດາວ​ທຽມ​ຫຼາຍ​ສິບ​ໜ່ວຍ

cri
ຕາມ​ຂ່າວສານ​ຊິນຮວາ,​ວັນ​ທີ​16​ພຶດ​ສະ​ພາ​ນີ້,ຢູ່​ທີ່​ປັກ​ກິ່ງ,​ທ່ານ​ຈ່າງ​ຊິ້ງ​ເວີຍ ຜູ່​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ຈີນ​ກ່າວ​ວ່າ,​ແຕ່​ປີ​2006​ຮອດ​ປີ​2010,​ຈີນ​ຈະ​ສ້າງ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ອະ​ວະ​ກາດ​ທີ່​ປະ​ກອບ​ດ້ວຍ​ດາວ​ທຽມ​60​ຮອດ​70​ໜ່ວຍ,​ເພື່ອ​ຮັບ​ໃຊ້​ການ​ສ້າງ​ສາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ແລະ​ການ​ພັດ​ທະ​ນາ​ສັງ​ຄົມ.

ທ່ານ​ຈ່າງ​ຊິ້ງ​ເວີຍ​ກ່າວ​ວ່າ,ລະບົບ​ຂໍ້​ມູນ​ຂ່າວສານ​ດັ່ງກ່າວປະກອບ​ດ້ວຍ​ດາວ​ທຽມ​ໂທ​ລະ​ຄົມ​ວິ​ທະ​ຍຸ,​ດາວ​ທຽມ​ຊັບ​ພະ​ຍາ​ກອນ​ໜ່ວຍ​ໂລກ,​ດາວ​ທຽມ​ອຸ​ຕຸ​ນິ​ຍົມ,​ດາວ​ທຽມ​ຊີ້​ທິດ​ແລະ​ດາວ​ທຽມ​ທົດ​ລອງ​ວິ​ທະ​ຍາ​ສາດ​ເປັນ​ຕົ້ນ,​ປີ​ໜ້າ,​ຈີນ​ຈະ​ຍິງ​ສົ່ງ​ດາວ​ທຽມ​ນ້ອຍ​3​ໜ່ວຍ​ເພື່ອ​ຕິດຕາມ​ແລະ​ພະ​ຍາ​ກອນ​ສິ່ງ​ແວດ​ລ້ອມ​ແລະ​ໄພ​ທຳ​ມະ​ຊາດ​ແລະ​ມີ​ແຜນ​ຈະ​ເພີ່ມ​ຈຳ​ນວນ​ດາວ​ທຽມ​ໃຫ້​ເຖິງ7​ໜ່ວຍ​ພາຍ​ໃນ​2​ຮອດ​3​ປີ,​ຍົກ​ຄວາມ​ສາ​ມາດ​ສັງ​ລວມ​ໃນ​ດ້ານ​ຫຼຸດ​ໄພ​ທຳ​ມະ​ຊາດ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ​ຢ່າງ​ຮອບ​ດ້ານ.

ທ່ານ​ຈ່າງ​ຊິ້ງ​ເວີຍ​ຍັງ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ,​ປີ​ນີ້,​ຈີນ​ຍັງ​ຈະ​ຍິງ​ສົ່ງ​ດາວ​ທຽມ​ສຳ​ຫຼວດ​ບິນ​ອ້ອມ​ດວງ​ຈັນ​ໜ່ວຍ​ທຳ​ອິດ.