ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-17 14:09:38    
ປະຊາ​ຄົມ​ໂລກ​ເປັນ​ຫ່ວງ​ນຳ​ສະ​ຖາ​ນະ​ການ​ປາ​ເລັສ​ຕິນ​ຫຼາຍ

cri
ຕາມ​ຂ່າວ CRI: ຄຽງ​ຄູ່​ກັບ​ການ​ປະ​ທະ​ກັນ​ລະຫວ່າງ​ອົງການ​ຮາ​ມັສກັບ​ອົງການອານ​ຟາ​ຕາ​ປາ​ເລັສຕິນຢູ່​ແຖບ​ກາຊາຮຸນ​ແຮງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ວັນ​ທີ 16 ພຶດສະພາ​ນີ້, ປະຊາ​ຄົມ​ໂລກ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງນຳ​ທີ່​ສຸດ.

ທ່ານ​ບັນ​ກິ​ມູນ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ໄດ້​ອອກ​ຖະ​ແຫຼງການ, ຮຽກຮ້ອງ​ໃຫ້​ຜູ້ນຳ​ປາ​ເລັສຕິນທີ່​ຂັດ​ແຍ່ງ​ກັນ​ຈົ່ງ​ໃຊ້​ມາດ​ຕະການ​ໃນ​ທັນທີ, ​​ເພື່ອ​ຟື້ນ​ຟູຄວາມ​ສະຫງົບ. ພ້ອມ​ກັນ​ນັ້ນ, ທ່ານ​ຊີ້​ອອກ​ວ່າ, ການ​ກະທຳ​ຂອງ​ກຸ່ມປະກອບ​​ອາ​ວຸດ​ຂອງ​ປາ​ເລັສຕິນທີ່ຍິງ​​ລູກ​ສອນ​ໄຟ​ໄປ​ໃສ່​ອິສຣາ​ແອນນັ້ນ​ກໍ່​ເປັນ​ເລື່ອງ​ທີ່​ຮັບ​ເອົາ​ບໍ່​ໄດ້.

​ເຢຍລະ​ມັນ, ປະ​ເທດ​ປະທານ​ໝູນວຽນ​ຂອງ​ສະຫະພາບ​ເອີ​ລົບ​​ແລະ​ອາ​ເມ​ລິ​ກາກໍ່​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຢຸດ​ຍິງ​ໃນ​ທັນທີ​ແລະຟື້ນ​ຟູ​ການສົນທະນາ​ກັນ.

ທ່ານ​ອາມ ມຸດຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ອາຣັບ​ທີ່​ໄປ​ຢ້ຽມຢາມ​ນະຄອນ​ຫຼວງ​ໂຣມ​ກັບ​ທ່ານ​ມາ​ຊິ​ໂມ ດາ​ເລ​ມາ ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ອີ​ຕາ​ລີ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ​, ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ປາ​ເລັສຕິນ​ເກີດ​ສົງຄາມ​ກາງ​ເມືອງ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງ​ຢຸດ​ຍິງ​ໃນ​ທັນທີ.

ສົມ​ເດັດ​ອັບ​ດຸນ​ລາ ບິນ​ຮຸດ​ແຊນ​ທີ 2 ​ເຈົ້າ​ຊີວິດ​ຊອກ​ດາ​ນີຊົງ​ຕັດ​ຕໍ່ສື່​ມວນ​ຊົນ​ວ່າ, ຖ້າພາຍ​ໃນ​ປາ​ເລັສຕິນປະ​ທະ​ກັນຕໍ່​ໄປ, ກໍຈະ​ສ້າງ​ຜົນ​ກະທົບ​ດ້ານ​ລົບ​ອັນ​ໃຫຍ່ຫຼວງຕໍ່​ຂະ​ບວນ​ວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ແລະ​ອະນາຄົດ​ຂອງ​ປາ​ເລັສຕິນ.