ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-17 18:04:44    
ວຽກ​ງານ​ກຽມ​ງານ​ກິລາ​ໂອ​ລິມ​ປິກ​ພິ​ເສດ​ປີ 2007 ທີ່​ຊຽງ​ໄຮ້​ຄືບ​ໜ້າ​ຕາມ​ແຜນ

cri Author: cai
ຕາມ​ຂ່າວCRI:ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດໂລກ​ປີ 2007 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ຊຽງ​​ໄຮ້​ຂອງ​ຈີນ​ໃນ​ເດືອນ​ຕຸລາ​ປີ​ນີ້.ວັນ​ທີ 17 ພຶດສະພາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ໂຈ່​ໄທ້​ທົງ ຮອງ​ເຈົ້າ​ຄອງ​ນະຄອນ​ຊຽງ​ໄຮ້​ກ່າວ​ວ່າ,ປະ​ຈຸ​ບັນ,ວຽກ​ງານ​ກຽມ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ຊຽງ​ໄຮ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກຕາມ​ແຜນການ.

ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວລັດ​ຖະ​ບານ​ຈັດ​ຂຶ້ນ,ທ່ານ​ໂຈ່​ໄທ້​ທົງ​ແຈ້ງ​ວ່າ,ວຽກງານ​ດັດ​ແປງ​ສະ​ໜາມ​ກິລາ​ແລະສະ​ໜາມ​ກິລາ​ໃນ​ຮົ່ມງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ຊຽງ​ໄຮ້ 34 ​ແຫ່ງ ການ​ດັດ​ແປງ​ສິ່ງ​ກໍ່ສ້າງ​ບໍ່​ມີ​ສິ່ງ​ກີດຂວາງ​ແລະ​ການ​ປັບປຸງສະ​ພາບແວດ​ລ້ອມ​ອ້ອມ​ຂ້າງນັ້ນ​ພວມ​ເລັ່ງລັດ​ດຳ​ເນີນ​ຢູ່,ຄາດວ່າ,ກ່ອນ​ທ້າຍ​ເດືອນ​ມິຖຸນາ​ປີ​ນີ້,ຈະ​ສຳ​ເລັດໝົດ;ວຽກ​ງານ​ອົບຮົມ​ກຳ​ມະການ ຜູ້​ຈັດ​ວາງ​ການ​ແຂ່ງຂັນ​ຂອງ​ງານ​ກິລາ​ພ້ອມ​ດ້ວຍ​ການ​ຊື້​ແລະ​ປັບ​ອຸປະກອນ​ກິລາ​ພິ​ເສດ,ລ້ວນ​ແຕ່​ພວມ​ດຳ​ເນີນ​ໄປ​ຕາມ​ແຜນ.

ງານ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ​​ໂລກ​ແມ່ນ​ງານ​ກິ​ລາ​ສະ​ເພາະ​ທີ່​ຄະນະ​ກຳມະ​ການ​ໂອ​ລິມ​ປິກ​ພິ​ເສດ​ສາ​ກົນ​ຈັດສຳ​ລັບ​ຄົນ​ພິການ​ທາງ​ສະ​ໝອງໃນທົ່ວ​ໂລກ.