ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-17 18:16:34    
ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ວັດ​ທະ​ນະ​ທຳ​ສາ​ກົນ​ຈີນ​ຄັ້ງ​ທີ 3

cri Author: cai
ຕາມ​ຂ່າວCRI:ວັນ​ທີ 17 ພຶດສະພາ​ນີ້,ງານວາງສະ​ແດງ​ສິນຄ້າ​ວັດທະນະທຳ​ສາກົນ​ຈີນ​ຄັ້ງ​ທີ 3 ​ໄດ້​ໄຂຂຶ້ນຢູ່​ເມືອງ​​ເສິ່ນ​ເຈີ້ນ ພາກ​ໃຕ້​ຈີນ.

ງານວາງສະ​ແດງ​ສິນຄ້າ​ວັດ​ທະນະ​ທຳ​ຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ 4 ມື້,​ໂດຍຖື​​ເອົາການ​ຊຸກຍູ້​ຂະ​ແໜງ​ການ​ວັດທະ​ນະທຳ​ຈີນ​ພັດທະນາ​ແລະ​ການ​ສົ່ງ​ອອກ​ສິນຄ້າ ການ​ບໍລິການ​ດ້ານ​ວັດທະນະທຳ​ເປັນ​ເປົ້າ​ໝາຍ,​ໄດ້​ຈັດ​ແບ່ງຫ້ອງ​ວາງສະ​ແດງອອກ​ເປັນ 9 ໜວດ​ເຊັ່ນ:ການ​ແລກປ່ຽນ​ໂຄງການ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ອຸດສາ​ຫະ​ກຳ​ກິ​ລາ ການ​ອອກ​ແບບ​ໃໝ່​ແລະຖະ​ແຫຼ​ງຂ່າວ ​ພິມ​ຈຳໜ່າຍ​ເປັນ​ຕົ້ນ,​ໄດ້​ດູດ​ດຶງ​ບໍລິສັດແລະ​ອົງ​ການເກືອບ 1700 ​ແຫ່ງຈາກ​ພາຍ​ໃນແລະ​ຕ່າງປະ​ເທດມາ​ເຂົ້າ​ຮ່ວມ,ຄາດວ່າ​ຈະ​ມີຜູ້​ເຂົ້າຊົມເກືອບ 4 ໝື່ນ​ຄົນ.

ໃນ​ໄລ​ຍະ​ຈັດ​ງານ,ຍັງ​ຈະ​ຈັດ​ເວທີ​ປາໄສ​ແລະ​ກອງ​ປະ​ຊຸມ 60 ​ເທື່ອ,​ແລະ​ການ​ສະ​ແດງ​ລະ​ຄອນ​ທີ່​ດີ​​ເດັ່ນ​ຂອງ​ຈີນ​ແລະ​ຕ່າງປະ​ເທດຫຼາຍ​ສິບ​ເລື່ອງ.