ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-17 20:54:21    
ຈີນ​ຍິນ​ດີ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ກັບ​ຫວຽດ​ນາມ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ17​ພຶດສະພາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ອູ​ປາງ​ກົວ​ ປະທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ພັກ​ແລະ​ລັດ​ຖະ​ບານ​ຈີນ​ຈະ​ຍຶດ​ໝັ້ນ ທິດ​ທາງ​ທີ່​ວ່າ ສະ​ຖຽນ​ລະ​ພາບ​ເປັນ​ເວລາ​ຍາວ​ນານ ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ ມີ​ໄມຕີ​ຈິດຕໍ່​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ນັ້ນ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,​ພ້ອມ​ກັນ​ກັບ​ຝ່າຍ​ຫວຽດ​ນາມ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ​ຫວຽດ​ນາມ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ເວລາ​ພົບ​ປະ​ກັບທ່ານ​ຫງວຽນ​ມີງ​ຈຽດ ປະທານ​ປະ​ເທດ​ຫວຽດນາມ,ທ່ານ​ອູ​ປ່າງກົວ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ຈີນ​ຫວຽດ ນາມ​ໃນ​ຫຼາຍ​ປີ​ມາ​ນີ້.​ທ່ານ​ກ່າວ​ວ່າ,​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ,​ຍິນ​ດີ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ຊັ້ນ​ສູງ​ລະ​ຫວ່າງ​ສອງ​ຝ່າຍ,​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ປົກຄອງ​ປະ​ເທດ​ແລະ​ສ້າງ​ສາ​ລະ​ບອບ​ກົດ​ໝາຍ​ປະ​ຊາ​ທິ​ປະ​ໄຕ,​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ສະ​ໜິດ​ແໜ້ນ​ໃນ​ອົງ​ການ​ສະ​ພາ​ຫຼາຍ​ຝ່າຍ,​ເພີ່ມ​ເນື້ອ​ໃນ​ໃໝ່​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ຫວຽດ​ນາມ.

ທ່ານ​ຫງວຽນ​ມີ​ງຈຽດ​ກ່າວ​ວ່າ,ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ເທື່ອ​ນີ້​ຂອງ​ທ່ານ​ກໍ​ແມ່ນ​ເພື່ອ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ​ຕື່ມ​ອີກ,​ເຮັດ​ໃຫ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ​ກ້າວ​ສູ່​ລວງ​ເລິກ,​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ.