ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-18 20:47:22    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ

cri

ຕາມ​ຂ່າວສານ​ຊິນ​ຮວາ,​ວັນ​ທີ​18​ພຶດ​ສະ​ພາ​ນີ້,​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ຢາງ​ເຈ​ສື(ຂວາ) ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຟາມ​ເກຍ​ຄຽມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ທີ່​ຕິດ​ຕາມ​ທ່ານ​ຫງວນ​ມິງ​ຈຽດ ປະ​ທານ​ປະ​ເທດ​ຫວຽດ​ນາມ​ມາ​ຢ້ຽມ​ຢາມ​ຈີນ.

ທ່ານ​ຢາງ​ເຈ​ສື ​ແລະ​ທ່ານ​ຟາມ​ເກຍ​ຄຽມ​ຕ່າງ​ໄດ້​ກ່າວ​ວ່າ,​ສອງ​ຝ່າຍ​ຍິນ​ດີ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ,ຕັ້ງໜ້າ​ຜັນ​ຂະຫຍາຍ​ຄວາມ​ຮັບ​ຮູ້​ ຄື​ກັນ​ທີ່​ສຳ​ຄັນ​ຂອງ​ຜູ່​ນຳ​ສອງ​ປະ​ເທດ​ກ່ຽວ​ກັບ​ການລົງ​ເລິກ​ຂະ​ຫຍາຍ​ການ​ພັວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ,​ຮັກ​ສາ​ທ່ວງ​ທ່າ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຊັ້ນ​ສູງ​ຂອງ​ສອງ​ປະ​ເທດ,​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ​ການ​ເມືອງ,​ເສດ​ຖະ​ກິດ​ການ​ຄ້າ,​ວິ​ທະ​ຍາ​ສາດ​ເຕັກ​ນິກ,​ວັດ​ທະ​ນະ​ທຳ,​ການ​ສຶກ​ສາ​ແລະ​ອື່ນໆ.​ເພີ່ມ​ທະ​ວີ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ປະສານ​ສົມທົບ​ກັນ​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ,​ຊຸກ​ຍູ້​ໃຫ້​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ຫວຽດ​ນາມ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ຍາວ​ນານ.

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ພ້ອມ​ດ້ວຍ​ບັນ​ຫາ​ທີ່​ຕ່າງ​ໃຫ້​ຄວາມ​ສົນ​ໃຈ​ນຳ​ກັນ.