ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-21 17:31:56    
ຈີນ​ຈະ​ສົ່ງ​ດາວ​ທຽມ​ສຳ​ຫລວດ​ດວງ​ຈັນ​ຫນ່ວຍ​ທຳ​ອິດ​ໃນ​ທ້າຍ​ປີ​ນີ້

cri Author: sayvanny
ຕາມ​ຂ່າວ cri:ວັນ​ທີ 20 ພຶດ​ສະ​ພາ​ນີ, ຢູ່ປັກ​ກິ່ງ,ທ່ານ​ຊຸນ​ລາຍ​ອ້ຽນ ຫົວ​ຫນ້າ​ກົມ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ, ປັດຈຸບັນ, ຈີນ​ພວມ​ເລັ່ງ​ລັດ​ປະ​ຕິ​ບັດ​ໂຄງ​ການ​ສຳ​ຫລວດ​ດວງ​ຈັນ,ດາວ​ທຽມ​ສຳ​ຫລວດ​ດວງ​ຈັນ​ຫນ່ວຍ​ທຳ​ອິດ​ຈະ​ຖືກ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ໃນ​ທ້າຍ​ປີ​ນີ້.
ແຜນ​ການ​ສຳ​ຫລວດ​ດວງ​ຈັນ​ຂອງ​ຈີນ​ແບ່ງ​ເປັນ​ສາມ​ໄລ​ຍະ​ຄື:ປີ​ນີ້​ສົ່ງ​ດາວ​ທຽມ​ສຳ​ຫລວດ​ຫນ່ວຍ​ທຳ​ອິດ,ເພື່ອ​ໂຄ​ຈອນ​ອ້ອມ​ດວງ​ຈັນ​ເປັນ​ເວ​ລາ​ຫນຶ່ງ​ປີ;ກ່ອນ​ປີ 2012,ຈະ​ລົງ​ຈອດ​ຜິວ​ໂລກ​ດວງ​ຈັນ,ດຳ​ເນີນ​ການ​ສຳ​ຫລວດ​ລາດ​ຕະ​ເວນ;ກ່ອນ​ປີ 2020,ເກັບ​ເອົາ​ຕົວ​ຢ່າງ​ດິນ​ເທິງ​ດວງ​ຈັນ​ກັບ​ມາ​ສູ່​ໂລກ.
ໃນ​ເວ​ລາ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ cri, ທ່ານ​ໂອ່​ວຢາງ​ຈື້ຢວນ ຫົວຫນ້າ​ນັກວິທະຍາສາດ​ໂຄງການ​ສຳ​ຫລວດ​ດວງ​ຈັນ​ເຜີຍ​ໃຫ້​ຮູ້​ວ່າ, ວຽກ​ງານ​ກຽມ​ສົ່ງ​ດາວ​ທຽມ​ສຳ​ຫລວດ​ດວງ​ຈັນ​ຫນ່ວຍ​ທຳ​ອິດ​ຂອງ​ຈີນ​ຊື່ວ່າ​ຊາງ​ເອີ​ເລກ​ຫນຶ່ງ​ພວມ​ດຳ​ເນີນ​ໄປ​ຕາມ​ແຜນ​ທຸກ​ຢ່າງ.ດາວ​ທຽມ​ຫນ່ວຍ​ນີ້​ຈະ​ໃຫ້​ຈະ​ຫລວດ​ສ່ົງ​ດາວ​ທຽມ​ຊາງ​ເຈິ່ງ​ທີ່​ຈີນ​ຜະລິດ​ເອງ​ສົ່ງ​ຂຶ້ນ​ສູ່​ອະວະກາດ.