ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-21 18:12:10    
ໃນ 4 ​ເດືອນ​ຕົ້ນ​ປີ​ນີ້ ຈີນ​ຜະ​ລິດ​ລົດ​ຍົນ​ໄດ້ 3 ລ້ານ​ກວ່າ​ຄັນ

cri Author: cai
ຕາມ​ໜັງສືພິມ"​​ເຢີ​ນມີນຢື້​ປ້າວ"ສະບັບ​ວັນ​ທີ 21 ພຶດສະ​ພາ​ນີ້:ສະຖິຕິ​ຫຼ້າ​ສຸດ​ທີ່​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ລົດຍົນ​ຈີນ​ແຈ້ງ​ໃຫ້​ຮູ້ວ່າ,​ໃນ 4 ​ເດືອນ​ຕົ້ນ​ປີ​ນີ້,ຈີນ​ໄດ້​ຜະລິດ​ລົດຍົນ​ເກືອບ 3 ລ້ານ 1 ໝື່ນ​ຄັນ,​ໄດ້​ຂາຍ 2 ລ້ານ 9 ​ແສນ 3 ໝື່ນ​ກວ່າ​ຄັນ,ລ້ວນ​ແຕ່ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະດຽວ​ກັນ​ໃນ​ປີ​ກາຍ 21% ຂຶ້ນ​ໄປ.

ໃນ​ຫຼາຍ​ປີ​ມາ​ນີ້,ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ​ຈີນ​ໄດ້​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ແລະ​ວ່ອງ​ໄວ,​ໄດ້​ກາຍ​ເປັນ​ອຸດ​ສາ​ຫະ​ກຳ​ເສົາ​ຄ້ຳຂ​ອງ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ເປັນ​ກ້າວໆ.ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ,​ເສດຖະກິດ​ມະຫາ​ພາກຂອງ​ຈີນ​ໄດ້​ມີ​ທ່ວງທ່າ​ພັດທະນາທີ່​ດີ​ຢ່າງ​ຕໍ່​ເນື່ອງ,ປະຊາ​ຊົນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ຈຳ​ນວນ​ລົດ​ຍົນ​ສະ​ເລ່ຍຕາມ​ຫົວ​ຄົນ​ໃນ​ປະຈຸ​ບັນ​ຍັງ​ຕ່ຳ​ກວ່າ​ລະດັບ​ສະ​ເລ່ຍຂອງ​ໂລກ​ຢ່າງ​ຫຼວງ​ຫຼາຍ​ນັ້ນ,​ໄດ້​ສະໜອງ​ສິ່ງ​ຮັບປະ​ກັນ​ແລະ​ຊ່ອງ​ຫວ່າງ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ຄວາມ​ຕ້ອງ​ການ​ລົດ​ຍົນ​ຂອງ​ຈີນ.

ຕາມສະຖິຕິ,ປີ 2006,ຈຳນວນຜະລິດ​ແລະ​ຈຳໜ່າຍ​ລົດຍົນ​ຂອງ​ຈີນກາຍ 7 ລ້ານ 2 ​ແສນຄັນ.