ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-22 18:40:26    
ນາຍົກລັດຖະມົນຕີມາ​ເລ​ເຊຍຮຽກຮ້ອງ​ໃຫ້​ສ້າງ​ກົນ​ໄກ​ປ້ອງ​ກັນ​ຮັກສາຄວາມ​ປອດ​ໄພຊີວະ​ຊາດ​ອາຊີ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 21 ພຶ​ດສະພາ​ນີ້, ທ່ານ​ອັບ​ດຸນ​ຣາ ອາມັດ ບາ​ດາ​ວີ ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່າວ​ວ່າ, ​ພາກ​ພື້ນ​ອາຊີ​ຄວນ​ສ້າງ​ກົນ​ໄກ​ປ້ອງ​ກັນຮັກສາຄວາມ​ປອດ​ໄພ​​ຂອງຊີວະ​ຊາດ​ທີ່​ບັງ​ເກີດ​ຜົນ​ໂດຍ​ໄວ, ​ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຄວາມ​ປອດ​ໄພ​ຂອງຊີວະ​ຊາດທີ່​ນັບ​ມື້​ນັບ​ພົ້ນເດັ່ນຂຶ້ນ.

​ໃນສານ​ທີ່​ສົ່ງ​ເຖີງ "ກອງ​ປະຊຸມ​ຄວາມ​ປອດ​ໄພ​ຊີວະ​ຊາດ​ອາຊີປີ 2007", ທ່ານ​ບາ​ດາ​ວີ​ຂຽນວ່າ, ​ໄພ​ຂົ່ມ​ຂູ່ຊີວະ​ຊາດ​ຕ່າງໆ​ເຊິ່ງລວມທັງ​ພະຍາດ​ແຜ່​ລະບາດ​ໄດ້​ຂ້າມ​ຊາຍ​ແດນ​ທາງ​ພູ​ມສາດ, ນັກວິຊາ​ການ, ​ແລະຜູ້​ຊ່ຽວຊານຈາກ​ປະ​ເທດອາຊີຄວນອອກ​ແຮງປະສານ​ງານ​​ກັນ, ສ້າງ​ລະບົບ​ທີ່​ສາມາດປ້ອງ​ກັນ​ແລະຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຊີວະ​ຊາດ​ທີ່​ບັງ​ເກີດ​ຜົນ, ປ້ອງ​ກັນ​ພາກ​ພື້ນ​ນີ້​ບໍ່​ໃຫ້​ປະສົບ​ການຫຼອນ​ໂຈມ​ຕີ​ຊີວະ​ຊາດ​​ໂດຍ​ບັງ​ເອີນຫຼືຕັ້ງ​ໃຈ.

ທ່ານ​ບາ​ດາ​ວີ​ຊີ້​ອອກວ່າ, ປະ​ເທດ​ຕ່າງໆ​ນອກຈາກຕ້ອງສ້າງ​ກົນ​ໄກ​ຮັບ​ມື​ສະພາບ​ສຸກ​ເສີນ​ອັນ​ຈຳ​ເປັນ​ແລ້ວ​, ຍັງ​ຄວນ​ວາງ​ມາດ​ຕະການ​ປ້ອງ​ກັນ​ອັນ​ລະອຽດ​, ລວມທັງ​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕໍ່​ການ​​ເກັບ​ຮັກສາ, ນຳ​ໃຊ້​ແລະ​ການ​ຄ້າຂາຍ​ຢາ​ຊີວະ​ຊາດ, ​ເພີ່ມ​ທະວີ​ການ​ກວດ​ສອບ​ບຸກຄົນ​​ໃນຫ້ອງ​ທົດ​ລອງ​ທີ່​ກ່ຽວຂ້ອງ​​​ເປັນ​ຕົ້ນ.