ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-24 17:12:01    
ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ລົມ​​ໂທ​ລະ​ສັບ​ກັບ​ທ່ານ​ຊາ​ໂຄ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ຝຣັ່ງ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ: ຕອນ​ຄ່ຳ​ວັນ​ທີ 23 ພຶດສະພາ​ນີ້,ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ລົມໂທລະສັບ​​ກັບ​ທ່ານ​ນີກູ​ລາຊາ​ໂຄ​ຊີ ປະ ທານາທິບໍດີ​ຝຣັ່ງ.

​ທ່ານ​ຫູຈີນ​ທາວ​ໄດ້​ຍ້ອງຍໍ​ທ່ານ​ຊາ​ໂຄ​ຊີທີ່​ໄດ້​ເອົາ​ໃຈ​ໃສ່​ແລະ​ທຸ່ມ​ເທ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນກັບ​ຝຣັ່ງຕະຫລອດ​ມາ.ທ່ານ​ເວົ້າວ່າ,ຝຣັ່ງ​ແມ່ນ​ປະ​ເທດ​ໃຫຍ່​ຝ່າຍ​ຕາ​ເວັນ​ຕົກປະ​ເທດທຳ​ອິດທີ່​ສ້າງສາ​ຍສຳພັນ​ການ​ທູດ​ກັບປະ​ເທດ​ຈີນ​ໃຫມ່.ຕັ້ງ​ແຕ່​ສ້າງ ສາຍສຳພັນ​ທາງ​ການ​ທູດ​​ເປັນ​ເວລາ 43 ປີ​ມາ,ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້ຮັບ​ການ​ຂະຫຍາຍຕົວ​ຢ່າງ​​ໃຫຍ່​ຫລວງ.ການ​ປັບປຸງ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຈີນກັບ​ຝຣັ່ງຕື່ມ​ອີກ​​ແມ່ນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານຂອງ​ປະ​ເທດ​ແລະ​ປະຊາຊົນ​ປະ​ເທດທັງ​ສອງ​,ມີ​ຜົນ​ດີ​ຕໍ່​ສັນຕິພາບ​ຖາວອນ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທົ່ວ​ໄປ​ຂອງ​ໂລກ.ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພົວພັນຈີນ​ຝຣັ່ງ,ຍິນ​ດີ​ພ້ອມ​ກັບ​ຝຣັ່ງສ້າງ​ອະນາຄົດ​ທີ່​ດີງາມ​ກວ່າ​ເກົ່າ​ໃຫ້​ແກ່ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນກັບ​ຝຣັ່ງ.

ທ່ານ​ຊາ​ໂຄ​ຊີ​ເວົ້າວ່າ,ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ແລະ​ຕັ້ງຫນ້າ​ຢູ່​​ໃນ​ໂລກ,ການ​ແກ້​ໄຂ​ບັນຫາ​ສຳຄັນຫລາຍບັນຫາ​ບໍ່​ມີ​ຈີນ​ເຂົ້າຮ່ວມ​ແມ່ນ​ບໍ່​ໄດ້. ລັດຖະບານ​ຝຣັ່ງຈະ​ເຮັດ​ຄື​ຜ່ານ​ມາ,ຄືສຸມ​ກຳລັງຂະຫຍາຍ​ການ​ພົວພັນ​ກັບ​ຈີນ​ແລະ​ຍຶດຫມັ້ນນະ​ໂຍບາຍ​ຈີນ​ດຽວ​.