ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-24 20:17:17    
ຄະ​ນະ​ນັກ​ຂ່າວ"ຂະ​ບວນ​ລົດ​ການ​ຮ່ວມ​ມື​ຈີນອາ​ຊຽນ"ຈັດ​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ກົວ​ລາ​ລຳ​ເປີ

cri Author: cai
ຕາມ​ຂ່າວ​CRI:​ວັນ​ທີ 24 ພຶດ​ສະ​ພາ​ນີ້,ຄະນະ​ນັກ​ຂ່າວ​ປະ​ສົມ​ວິທະ​ຍຸ​ແລະ​ໂທລະ​ພາບ"ຂະ​ບວນ​ລົດ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ອາ​ຊຽນ"​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຢູ່​ກົວ​ລາ​ລຳ​ເປີ ນະ​ຄອນ​ຫຼວງ​ມາ​ເລ​ເຊຍ.

ນັກ​ຂ່າວ​ຂອງ​ສື່​ມວນ​ຊົນ​ສຳ​ຄັນ​ມາ​ເລ​ເຊຍ​ແລະ​ນັກ​ຂ່າວ​ຂອງ​ສື່​ມວນ​ຊົນ​ຈີນ​ປະ​ຈຳ​ມາ​ເລ​ເຊຍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຖະ​ແຫຼ​ງຂ່າວ.​ໃນ​ກອງ​ປະຊຸມ,ທ່ານ​ຊູ່​ຊີ່​ນ​ເຊິ່ງ ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ຄະນະ​ນັກ​ຂ່າວ​ແນະນຳ​ວ່າ,ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ມີ​ຈຸດປະ​ສົງ​ເພື່ອ​ແຈ້ງ​ຂ່າວ​ແລະ​ແນະ​ນຳ​ຢ່າງ​ເຕັມທີ່​ກ່ຽວ​ກັບ​ໝາກ​ຜົນ​ການ​ຮ່ວມ​ມື​ ບົດຮຽນ​ໃນ​ການ​ພັດທະ​ນາ​ແລະ​ອະນາ​ຄົດ​ອັນ​ດີ​ງາມ​ຂອງ​ຈີນ​ແລະອາ​ຊຽນ​ໃນ​ຂົງ​ເຂດ​ເສດ​ຖະກິດ ວັດທະ​ນະທຳ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ​ໃຫ້​ປະຊາ​ຊົນຈີນ​ແລະປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນກໍ່​ຄື​ທົ່ວ​​ໂລກຊາບ,​ແຈ້ງ​ຂ່າວ​ກ່ຽວ​ກັບ​ຂະ​ບວນວິວັດ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ,ຊຸກ​ຍູ້​ການ​ຮ່ວມ​ມື​ໄມຕີ​ຈິດ​ລະຫວ່າງ​ສື່​ມວນ​ຊົນ​ຈີນ​ກັບ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ.

ທ່ານ​ຫຼີຊົງ​ເມິ້ງ ສະມາຊິກ​ສະພາ​ສູງ ກຳມະການ​ສູນ​ກາງ​ສະມາຄົມ​ຊາວ​ຈີນ​ມາ​ເລ​ເຊຍ​ກໍ່​ໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ເທື່ອ​ນີ້.ທ່ານ​ກ່າວ​ວ່າ,"ຂະ​ບວນລົດ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ"​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ,ຍ່ອມ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ໄມ​ຕີ​ຈິດ​ລະ​ຫວ່າງ​ມາ​ເລ​ເຊ​ຍກັບ​ຈີນ.