ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-24 20:24:08    
ຈີນ​ຈະ​ວາງ​ຍຸດ​ທະ​ສາດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ລະ​ດັບ​ຊາດ ຕໍ່​ຕ້ານ​ການ​ກະ​ທຳ​ທີ່​ລ່ວງ​ລ້ຳ​ສິດ​ຊັບ​ສິນ​ທາງ​ປັນຍາ

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 24 ພຶດ​ສະ​ພາ​ນີ້,ຢູ່​ປັກ​ກິ່ງ,​ນາງ​ເຊີນ​ຈື້​ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ຈີນ​ຈະ​ວາງ​ຍຸດ​ທະ​ສາດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ລະ​ດັບ​ຊາດ,​ເພີ່ມ​ກຳ​ລັງ​ປະຕິ​ບັດ​ກົດ​ໝາຍ​ຕື່ມ​ອີກ,​ເດັດ​ດ່ຽວ​ຕໍ່​ຕ້ານ​ການ​ກະທຳ​ທີ່​ລ່ວງ​ລ້ຳ​ສິດ​ຊັບ​ສິນ​ທາງ​ປັນຍາ​ຕ່າງໆ.

ວັນ​ທີ 24 ພຶດ​ສະ​ພາ​ນີ້,ງານ​ວາງ​ສະ​ແດງ​ອຸດ​ສາ​ຫະ​ກຳ​ວິທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 10 ໄດ້​ໄຂ​ຢູ່​ປັກ​ກິ່ງ,​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ນາງ​ເຊີນ​ຈື້ລີ້​ກ່າວ​ວ່າ,ຈີນ​ຍິນ​ດີ​ຕ້ອນຮັບ​ບໍລິ​ສັດ​ຂ້າມ​ຊາດ​ມາ​ຕັ້ງ​ອົງ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢູ່​ຈີນ,​ແລະ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ສ້າງ​ເງື່ອນ​ໄຂ​ອັນ​ດີງາມ​​ໃຫ້​ເຂົາ​ເຈົ້າ.ນາງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ,ຈີນ​ຈະ​ເພີ່ມ​ຄວາມ​ເຂັ້ມ​ງວດ​ເພື່ອ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຕື່ມ​ອີກ,ປະຕິ​ບັດ​ພັນທະ​ສາກົນ​ທີ່​ກ່ຽວຂ້ອງ​ຢ່າງ​ຈິງ​ຈັງ,ຕັ້ງໜ້າ​ຊຸກຍູ້​ແລະ​ເຂົ້າ​ຮ່ວມການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມືລະ​ຫວ່າງ​ຊາດ​ດ້ານ​ວິທະ​ຍາສາດ​ເຕັກ​​ໂນ​ໂລ​ຊີທີ່​ມີ​ຫຼາຍ​ລະດັບ​​ແລະ​ໃນ​ຂົງ​ເຂດ​ກວ້າງຂວາງ.

ງານ​ວາງ​ສະ​ແດງ​ອຸດ​ສາ​ຫະ​ກຳ​ວິ​ທະ​ຍາ​ສາດເຕັກ​​ໂນ​ໂລ​ຊີ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 10 ​ແມ່ນ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ 24 ຫາ​ວັນ​ທີ 29 ພຶດ​ສະ​ພາ​ນີ້.ມີຄະນະ​ຜູ້​ແທນ​ຂອງ 6 ອົງການ​ຈັດ​ຕັ້ງ​ສາ​ກົນ​ເຊັ່ນ​ສະ​ຫະ​ພັນ​ໂທລະ​ຄົມ​ສາກົນ​ເປັນ​ຕົ້ນ​ແລະ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ​ອາ​ເມ​ລິ​ກາ ​ເຢຍລະ​ມັນ​ແລະ​ຍີ່ປຸ່ນ​ເປັນ​ຕົ້ນ​ເຂົ້າ​ຮ່ວມ.