ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-25 11:10:35    
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ​ຈີນ​ອາ​ຊຽນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ຢາ​ກາກ​ຕາ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ:ກອງ​ປະຊຸມ​ລັດຖະມົນຕີ​ກະຊວງຖະ​ແຫລ​ງ ຂ່າວ​ຈີນ​ອາຊ​ຽນຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ຢາກາກຕາ​ໃນ​ວັນ​ທີ 24 ພຶດສະພາ​ນີ້,ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງກ່ຽວ​ກັບ​ການ​ເພີ່ມ​ທະວີ​ການຮ່ວມ​ມື​ດ້ານ​ຂ່າວ​ສານລະຫວ່າງ​ຈີນ​ກັບ​ອາຊຽນ.

ສອງ​ຝ່າຍ​ເຫັນ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ຫມາຍ​ເຖິງ​ຈີນ​ກັບ​ອາຊ​ຽນ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​ດ້ານ​ຂ່າວສານ​ແລ້ວ,ຈະ​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການ​ເພີ່ມ​ເນື້ອ​ໃນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ ຊຸກ​ຍູ້​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ທີ່​ອວ່າຍຫນ້າ​ໄປ​ສູ່​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ,ທ່ານ​ສຽນ​ສຽວຊຽນ ຮອງ​ຫົວຫນ້າ​ຫ້ອງການ​ຖະ​ແຫລ​ງຂ່າວ​ຂອງ​ລັດຖະບານ​ຈີນກ່າວ​ເນັ້ນວ່າ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ສອງ​ຝ່າຍ​ແມ່ນ​ຂອດສຳຄັນ​ແລະ​ພື້ນຖານ​ຂອງ​ການ​ຊຸກ​ຍູ້​ການ​ຮ່ວມ​ມືຮອບດ້ານ​ລະຫວ່າງ​ຈີນ​ກັບ​ອາຊຽນ. ທ່ານ ຮຽກຮ້ອງ​ໃຫ້​ເປີດ​ກວ້າງ​ຂົງ​ເຂດ​ແຈ້ງ​ຂ່າວຂອງ​ທັງ​ສອງ​ຝ່າຍ,ຊຸກ​ຍູ້​​ໃຫ້​ສື່​ມວນ​ຊົນ​ຂອງ​ສອງ​ຝ່າຍ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນດ້ວຍຫລາຍ​ຮູບ​ການ,​ແລະ​ຕັ້ງຫນ້າ​ເສີມ​ຂະຫຍາຍ​ບົດບາດຂອງ​ພາກສ່ວນ​ລັດຖະບານ​ໃນການ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນຂອງ​ສອງ​ຝ່າຍ.