ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-25 15:45:58    
ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ພົບ​ປະ​ທ່ານ​ນາງ​ອູ​ອີ

cri Author: sayvanny

ຕາມ​ຂ່າວສານ​ຊີນ​ຮວາ:ວັນ​ທີ 24 ພຶດສະ​ພາ​ນີ້,ຢູ່​ທຳ​ນຽບ​ຂາວ​ທີ່​ວໍ​ຊິງ​ຕັນ,ທ່ານ​ຈອດ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ.

ທ່ານ​ນາງ​ອູ​ອີ​ກ່າວ​ວ່າ, ຜົນສຳ​ເລັດ​ທີ່​ໄດ້​ຮັບ​ໃນການ​ສົນທະນາ​ເສດ ສອງ​ເທື່ອຖະກິດ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້ສະ​ແດງ​ໃຫ້​ເຫັນວ່າ,ຢູ່​ເບື້ອງ​ຫລັງ​ທີ່​ເສດຖະກິດ​ໂລກາ​ພິວັດ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວນັ້ນ,ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ສົນ​ທະ​ນາ​ກັນດ້ວຍ​ຄວາມ​ຈິງ​ໃຈ​ແລະ​ຊື່​ກົງ,​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຫລາຍ​ຂຶ້ນ,ຊຸກ​ຍູ້​​ໃຫ້ການ​ພົວພັນ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຈົນ​ເຖິງ​ການ​ພົວ​ພັນ​ໂດຍ​ລວມ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຢ່າງ​ຫມັ້ນ​ທ່ຽງ.ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນກັບ​ຝ່າຍ​ອາ​ເມ​ລິ​ກາ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ຫລາຍ​ຂຶ້ນແລະ​ປະ​ສານ​ງານ​,ຈັດການ​ສົນ​ທະ​ນາ​ກັນໃຫ້​ດີ​ຍິ່ງ​ຂຶ້ນ.

ທ່ານ​ບຸ​ສ​ກ່າວ​ວ່າ,ອາ​ເມ​ລິ​ກາ​ແລະ​ຈີນ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຢ່າງ​ກວ້າງ​ຂວາງ,​ໄດ້​ຮັກສາ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ບັນຫາ​ສຳຄັນ​ຫລາຍ​ບັນ​ຫາ.ການ​ສົນ​ທະ​ນາ​ເສດ​ຖະ​ກິດ​​ຍຸດ​ທະ​ສາດ​ແມ່ນ​ກົນ​ໄກ​ສົນທະນາ​ທາງ​ການ​ທີ່​ດີ​ຫລາຍ,ມັນ​ມີ​ຄວາມ​ສຳ​ຄັນ​ຫລາຍ​ຕໍ່​ການ​ຮັກ​ສາ​​ໃຫ້​ການ​ພົວພັນ​ອາ​ເມ​ລິ​ກາ​ຈີນ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ,ຫວັງ​ວ່າການ​ສົນທະນາ​ຮອບ​ຫນ້າ​ຄົງຈະ​ໄດ້​ຮັບ​ຫມາກຜົນ​ຕື່ມ​ອີກ.

ທ່ານ​ບຸ​ສຍັງ​​ເວົ້າວ່າ, ຂ້າພະ​ເຈົ້າ​ເຂົ້າ​ໃຈຄວາມອ່ອນ​ໄຫວ​ຂອງ​ບັນຫາ​ໄຕ້​ຫວັນ,​ໃນ​ບັນຫາ​ໄຕ້​ຫວັນ ຂ້າພະ​ເຈົ້າຍຶດຫມັນ​ແລະ​ຖື​ສັດຈະ​ຄັດຄ້ານ​ປ່ຽນ​ແປງ​ສະພາບ​ຮ່ອມ​ທະ​ເລ​ໄຕ້​ຫວັນ​ໃນ​ປະຈຸ​ບັນ​ແຕ່​ຝ່າຍ​ດຽວ.