ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-25 19:06:35    
ທ່ານ​ອັບ​ບາສ໌​ຮຽກ​ຮ້ອງ​ໃຫ້​ກຸ່ມ​ປະ​ກອບ​ອາວຸດ​ປາ​ເລັສ​ຕີນ​ເຊົາ​ຍິງ​ຈະ​ຫຼວດ​ໃສ່​ອິສ​ຣາ​ແອນ

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 24 ພຶດ​ສະ​ພາ​ນີ້,ຢູ່​ກາ​ຊາ,ທ່ານ​ມາ​ຣມຸ​ດ ອັບ​ບາສ໌ ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໄດ້​ຮຽກ​ຮ້ອງ​ໃຫ້​ກຸ່ມປະ​ກອບ​ອາວຸດ​ຕ່າງໆ​ຂອງ​ປາ​ເລັສຕີນ​ເຊົາຍິງຈະ​ຫຼວດ​ໃສ່ອິສຣາ​ແອນ​ໃນ​ທັນທີ,​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປາ​ເລັສ​ຕີນ​ກັບ​ອິສຣາ​ແອນ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັນ​ກ່ຽວ​ກັບບັນຫາເປີດ​ກວ້າງການ​ຢຸດ​ຍິງ.

ທ່ານ​ອັບ​ບາສ໌​ສະ​ແດງ​ທ່າ​ທີ​ດັ່ງ​ກ່າວ​ພາຍຫຼັງ​ໄດ້​ເຈລະຈາ​ກັບ​ທ່ານ​ຈາ​ເວ​ຍ ​ໂຊ​ລາ​ນາ ຜູ້ຕາງ​ໜ້າ​ຊັ້ງ​ສູງຂອງ​ສະຫະ​ພາບ​ເອີ​ລົບ​ທີ່​ຮັບ​ຜິດ​ຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພທີ່​ໄປ​ຢ້ຽມຢາມ.

ໃນ​ມື້​ດຽວ​ກັນ,ທະ​ຫານ​ອິສຣາ​ແອນ​ໄດ້​ຈັບ​ຕົວ​ສະມາ​ຊິກ​ລະ​ດັບ​ສູງ 30 ກວ່າ​ຄົນ​ຂອງ​ອົງການ​ຮາ​ມາສ໌​ເຊິ່ງ​ລວມ​ທັງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ສຶກ​ສາ​ທິການ​ຂອງ​ລັດຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ຢູ່​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ​ໂດຍ​ອ້າງ​ວ່າ"ສະ​ໜັບ​ສະ​ໜູນ​ການ​ຍິງ​ຈະ​ຫຼວດ​ໃສ່​ປາ​ເລັສ​ຕີນ".​ໃນ​ມື້​ດຽວ​ກັນ,ອາ​ເມ​ລິ​ກາ​ໄດ້​ສະ​ແດງ"ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ"ຕໍ່​ການ​ເຄື່ອນ​​ໄຫວດັ່ງ​ກ່າວ​ຂອງ​ອິສຣາ​ແອນ,ຫວັງ​ໃຫ້​ຝ່າຍ​ອິສຣາ​ແອນ​ຈົ່ງ​ພິຈາ​ລະນາ​ເຖິງ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຕ່າງໆ​ຂອງ​ການ​ເຄື່ອນ​ໄຫວ​ດັ່ງກ່າວຕໍ່​ການ​ສົນທະນາ​ກັນ​ລະຫວ່າງ​ປາ​​ເລັສຕີນ​ກັບ​ອິສຣາ​ແອນ​ແລະ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ສອງ​ຝ່າຍ​​ໂດຍ​ສັນຕິ.ອົງການ​ສິດທິ​ມະນຸດ​ອາຣັບທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຢູ່​ເລິ​ແກ​ກໍ່​ໄດ້​ອອກ​ຖະ​ແຫຼງການ,ກ່າວ​ປະນາມ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ອິສຣາ​ແອນ​ໄດ້​ຝ່າຝືນ​ສັນຍາ​ສາກົນ​ທີ່​ກ່ຽວຂ້ອງ.