ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-25 21:05:15    
ຈີນ​ຍິງ​ສົ່ງ"ດາວ​ທຽມ​ຢາວ​ການ​ເລກ 2"ຢ່າງ​ສຳ​ເລັດ​ຜົນ

cri Author: cai
ຕາມ​ຂ່າວ​ສານ​ຊີນ​ຮວາ:ເວລາ 15 ​ໂມງ 12 ນາທີ​ຂອງວັນ​ທີ 25 ພຶດ​ສະ​ພາ​ນີ້,ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈີວຊວນ​ແຂວງ​ກ່ານ​ຊູ່​ຈີນ,ຈີນ​ໄດ້​ຍິງ​ສົ່ງ"ດາວ​ທຽມຢາ​ວການເລກ 2"ຂຶ້ນ​ສູ່​ອາວະ​ກາດຢ່າງ​ສຳ​ເລັດ​ຜົນ​ດ້ວຍ​ລູກ​ສອນ​ໄຟຍານ​ສົ່ງ"ຊາງ​ເຈິ່ງ​ເລກ 2 D.".ພ້ອມ​ກັນ​ນັ້ນ,​ຍັງ​ໄດ້​ບັນທຸກ​ດາວ​ທຽມພີ​ໂຄເລກ​ໜຶ່ງ---ດາວ​ທຽມ​ທີ່ໜັກ​ປະມານ 10 ກິ​ໂລທີ່ມະຫາ​ວິທະຍາ​ໄລ​ເຈີ້​ຈ່ຽງຄົ້ນຄວ້າ​ຜະລິດ.

ດາວ​ທຽມ​ດັ່ງ​ກ່າວ​ຕົ້ນຕໍ​ຈະ​ໃຊ້​ເຂົ້າ​ໃນ​ການ​ທົດ​ລອງ​ວິທະຍາ​ສາດ ການ​ສຳ​ຫຼວດຊັບ​ພະ​ຍາ​ກອນ​ທີ່​ດິນ​ແຫ່ງ​ຊາດ ການ​ປະ​ເມີນ​ປະລິມານ​ຜະລິດ​ທັນ​ຍາ​ຫານ​ແລະ​ການ​ປ້ອງ​ກັນ​ແລະ​ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ​ເປັນ​ຕົ້ນ,ຈະ​ເສີມ​ຂະ​ຫຍາຍ​ບົດບາດ​ອັນຕັ້ງໜ້າ​ໃນ​ການພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ຈີນ.

ການ​ຍິງ​ສົ່ງ​ດາວ​ທຽມ​ເທື່ອ​ນີ້​ແມ່ນ​ລູກ​ສອນ​ໄຟ​ຍານ​ສົ່ງ​ລະບົບ​ຊາງ​ເຈິ່ງ​ຂຶ້ນ​ສູ່​ອາ​ວະ​ກາດ​ເປັນ​ຄັ້ງ​ທີ 99.​