ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-26 19:25:45    
ທ້າວ​ວາງ​ລີ້​ຊິນ​ແລະ​ນາງ​ກົວ​ເຢ້ ນັກ​ກິ​ລາ​ຈີນ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງ​ຂັນ​ປິ່ງ​ປ່ອງ​ຕີ​ຄູ່​ຍິງ​ຊາຍ​ປະ​ສົມ

cri Author: shuo

ຕາມ​ຂ່າວCRI:ວັນ​ທີ25​ພຶດສະພາ​ນີ້,ການ​ແຂ່ງຂັນ​ໝາກ​ປິ່ງ​ປ່ອງ​ຊິງ​ລາງວັນໂລກ​ຄັ້ງທີ49​ທີ່​ຈັດ​ຂຶ້ນ​ຢູ່​ຊາ​ກ​​ເກັຼບ ນະ​ຄອນ​ຫຼວງ​ໂຄຼ​ອາ​ຊີ​ໄດ້​ກຳ​ເນີດ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ.​ໃນ​ການ​ແຂ່ງ ຂັນ​ຕີ​ຄູ່​ຍິງ​ຊາຍ​ປະ​ສົມ​ຮອບ​ສຸດ​ທ້າຍ,​ທ້າວ​ວາງ​ລີ້​ຊີນ​ແລະ​ນາງ​ກົວ​ເຢ້​ຂອງ​ຈີນ​ໄດ້​ເອົາ​ຊະ ນະ​ທ້າວ​ມາ​ລີ​ນ​ແລະ​ນາງ​ວາງ​ນານ​ຂອງ​ທິມ​ຈີນ​ດ້ວຍ​4​ຄະ​ແນນ​ຕໍ່​2,​ໄດ້​ຮັກ​ສາ​ແຊມ​ປຽນ​​ໄວ້.​ໃນ​ການ​ແຂ່ງ​ຂັນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,​ນັກ​ກິ​ລາ​ສີ່​ຄົນ​ຂອງ​ຈີນ​ໄດ້​ເຂົ້າ​ການ​ແຂ່ງ​ຂັນ​ຮອບ​ຮອງ​ຊະ​ນະ​ເລີດ​ຂອງ​ການ​ແຂ່ງ​ຂັນ​ຕີ​ດ່ຽວ​ເພດ​ຍິງ​,​ນັກ​ກິລາ​ເພດ​ຊາຍ​ສອງ​ຄູ່​ຂອງ​ຈີນ​ຈະ​​ແຂ່ງ​ຂັນ​ກັນ​ໃນ​ການ​ແຂ່ງ​ຂັນ​ຮອບ​ຊິງ​ຊະ​ນະ​ເລີດ​ຂອງ​ການ​ແຂ່ງ​ຂັນ​ຕີ​ຄູ່​ເພດ​ຊາຍ.​ທັງ​ນີ້​ໝາຍ​ຄວາມ​ວ່າ,​ຫຼຽນ​ຄຳ​ຂອງ​ການ​ແຂ່ງ​ຂັນ​ຕີ​ດ່ຽວ​ເພດ​ຍິງ​ແລະ​ການ​ແຂ່ງ​ຂັນ​ຕີ​ຄູ່​ເພດ​ຊາຍ​ຈະ​ເປັນ​ຂອງ​ທິມ​ຈີນ​ຢ່າງ​ແນ່ນອນ.

ການ​​ແຂ່ງຂັນ​ຄັ້ງນີ້​ໄຂ​ຂຶ້ນ​ເມື່ອ​ວັນ​ທີ​21​ພຶດ​ສະ​ພາ,​ແລະ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ​27​ພຶດ​ສະ​ພາ​ນີ້.