ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-27 19:06:48    
ງານ​ເອັກ​ສ໌​ໂປ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​4​ຕົກ​ລົງ​ຖື​ການ​ຮ່ວມ​ມື​ດ້ານ​ທ່າ​ກ່ຳ​ປັ່ນ​ເປັນ​ຫົວ​ຂໍ້​ຕົ້ນ​ຕໍ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ງານ​ເອັກ​ສ໌​ໂປຈີນ-ອາ​ຊຽນຄັ້ງທີ4​ຈະ​ຈັດ​ຂຶ້ນຢູ່​ເມືອງ​ນານ​ນີງ​ເຂດ​ກວາງ​ຊີ​ຈີນ​ໃນ​ເດືອນ​ຕຸລາ​ປີ​ນີ້,​ແລະ​ໄດ້​ຕົກລົງ​ຖື​ການ​ຮ່ວມ​ມື​ດ້ານ​ທ່າ​ກ່ຳ​ປັ່ນ​ເປັນ​ຫົວ​ຂໍ້​ຕົ້ນ ຕໍ.

ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຊາບ​ຈາກ​ສຳນັກ​ເລ​ຂາ​ຂອງ​ງານ​ເອັກສ໌​ໂປ​ຈີນ​-​ອາ​ຊຽນ​ທີ່​ຕັ້ງ​ຢູ່​ເມືອງ​ນານ​ນີງ​ເຂດ​ກວາງ​ຊີ​ຈີນ​ໃນ​ວັນ​ທີ27​ພຶດ​ສະ​ພາ​ນີ້.

ສຳນັກ​ເລຂາ​ຂອງ​ງານ​ເອັກສ໌​ໂປ​ກ່າວ​ວ່າ,ປະຈຸ​ບັນ​ນີ້,ເມືອງ​ທ່າ​ທີ່​ສຳຄັນ​ຂອງ​ອາ​ຊຽນ​ ​ເຊິ່ງ​ລວມ​ທັງ​ທ່າ​ສິງ​ກະ​ໂປ ທ່າ​ກ່ຳ​ປັ່ນ​ທີ່​ໃຫຍ່​ກວ່ໝູ່​ຂອງ​ອາ​ຊຽນ​ໄດ້​ຮັບ​ຮອງ​ທາງ​ລາຍ​ລັກ​ອັກ ສອນ​ວ່າຈະ​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ທ່າ​ກ່ຳ​ປັ່ນ​​ຈີນ​ອາ​ຊຽນ.​ເນື້ອ​ໃນ​ຂອງ​ກິດ​ຈະ​ກຳ​ການ​ຮ່ວມ​ມື​ດ້ານ​ທ່າ​ກ່ຳ​ປັ່ນ​ຍັງ​ມີ​ການ​ວາງ​ສະ​ແດງ​ຕົວ​ເມືອງ​ທ່າທີ່​ມີ​ສະ​ເໜ່ ການ​ວາງ​ສະ​ແດງ​ອຸ​ປະ​ກອນ​ທ່າ​ກ່ຳ​ປັ່ນ ການ​ປຶກ​ສາ​ຫາ​ລື​ໂຄງ​ການ​ຮ່ວມ​ມື​​ດ້ານ​ທ່າ​ກ່ຳ​ປັ່ນ​ແລະ​ການ​ທັດ​ສະ​ນະ​ສຶກ​ສາ​ວຽກ​ງານ​ການ​ຄ້າ​ຂອງ​ເມືອງ​ທ່າ​ເປັນ​ຕົ້ນ.

ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນລ້ວນ​ແຕ່​ມີ​ທ່າ​ກ່ຳ​ປັ່ນທະ​ເລຫຼືທ່າ​ກ່ຳ​ປັ່ນແມ່ນ້ຳ,​ໃຕ້​ເບື້ອງ​ຫຼັງ​ທີ່​ເລັ່ງ​ລັດ​ສ້າງຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​-​ອາ​ຊຽນ​ໃຫ້​ໄວ​ເຂົ້າ,​ການ​ເຮັດ​ແນວ​ໃດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ທ່າ​ກ່ຳ​ປັ່ນ​ນັ້ນ​ແມ່ນ​ເລື່ອງ​ທີ່​ຝ່າຍ​ຕ່າງໆ​ສົນ​ໃຈ​ນຳ.